(vovworld) - ຕອນຄ່ຳວັນທີ 17/09, ມີປະຊາຊົນສ.ເຊັກໂກ ນັບຮ້ອຍຄົນ ໄດ້ມາໂຮງສາຍຮູບເງົາ Lucerna ຢູ່ນະຄອນຫຼວງ Praha ເພື່ອຊົມຮູບເງົາ “ຊີວິດຂອງ ອ໋ຽນ”. ນີ້ແມ່ນຮູບເງົາຂອງຫວຽດນາມ ໄດ້ສາຍຢູ່ງານມະໂຫລານຮູບເງົາອາຊຽນຄັ້ງທີ 5, ຢູ່ສ.ເຊັກໂກ. ເອື້ອຍ Martina Mikova, ຊາວສ.ເຊັກໂກ, ດຳລົງຊີວິດຢູ່ນະຄອນຫຼວງ Praha ໃຫ້ຮູ້ວ່າ.
“ຂ້າພະເຈົ້າເຫັນວ່າ ຮູບເງົານີ້ມ່ວນຫຼາຍ, ຍ້ອນຂ້າພະເຈົ້າບໍ່ໄດ້ຮູ້ຈັກຫຍັງກ່ຽວກັບຫວຽດນາມ, ກ່ຽວກັບປະຫວັດສາດຂອງຫວຽດນາມ. ຂ້າພະເຈົ້າຍັງບໍ່ທັນໄດ້ມາຢ້ຽມຢາມຫວຽດນາມ ຈັກເທື່ອ, ແຕ່ເມື່ອໄດ້ຮັບຊົມຮູບເງົາທີ່ໄດ້ສາຍໃນມື້ນີ້, ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຫວຽດນາມ, ກ່ຽວກັບການດຳລົງຊີວິດຂອງປະຊາຊົນຫວຽດນາມ ກ່ອນນີ້. ຂ້າພະເຈົ້າຊົມຊອບຕົວນະຄອນເອກ, ລາວແມ່ນແມ່ຍິງທີ່ກ້າຕໍ່ສູ້ເພື່ອຜົວ, ເພື່ອລູກ ແລະ ຕົນເອງ”.