(vovworld) - ຕອນເຊົ້າວັນທີ 28/2, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດການປະຊຸມຂ່າວກ່ຽວກັບເລື່ອງຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ທີ່ການປະຊຸມຂ່າວ, ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ລວມມີ 14 ພາກ ແລະ 206 ມາດຕາ, ເພີ່ມຂຶ້ນ 7 ພາກ ແລະ 60 ມາດຕາເມື່ອທຽບໃສ່ກົດໝາຍວ່າດ້ວຍທີ່ດິນ ປີ 2003, ເພື່ອແນໃສ່ແກ້ໄຂບັນດາສິ່ງທີ່ຄົງຂ້າງ ແລະ ຈຳກັດ ຂອງກົດໝາຍທີ່ພວມປະກາດໃຊ້. ກ່ຽວກັບບັນດາຈຸດໃໝ່ຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນແມ້ງຫຽນ ໃຫ້ຮູ້ວ່າ:
“ທີ່ໜຶ່ງ, ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ກຳນົດຢ່າງຈະແຈ້ງ ແລະ ລະອຽດກ່ວາສິດ ແລະ ຄວາມຮັບຜິດຊອບຂອງລັດດ້ວຍຖານະແມ່ນຜູ້ຕາງໜ້າເຈົ້າຂອງກຳມະສິດທີ່ດິນ, ເປັນເອກະພາບໃນການຄຸ້ມຄອງລັດ ກ່ຽວກັບທີ່ດິນ ບັນດາສິດ ແລະ ພັນທະຂອງຜູ້ນຳໃຊ້ທີ່ດິນ. ທີ່ 2, ແມ່ນສືບຕໍ່ປັບປຸງນະໂຍບາຍ, ກົດໝາຍ ກ່ຽວກັບທີ່ດິນສຳລັບເຂດອຸດສາຫະກຳຕາມທິດເປີດກ້ວາງກຳນົດເວລາມອບທີ່ດິນກະສິກຳ, ມີຂໍ້ກຳນົດສະເພາະ ກ່ຽວກັບການນຳໃຊ້ທີ່ດິນປູກເຂົ້າ. ທີ 3, ແມ່ນເພີ່ມທະວີການພົວພັນກົນໄກ, ການພົວພັນທີ່ດິນຕາມກົນໄກການຕະຫຼາດ, ໃນນັ້ນຈຳກັດບັນດາກໍລະນີໄດ້ຮັບທີ່ດິນຈາກລັດ, ຫັນໄປສູ່ຮູບແບບໃຫ້ເຊ່ົາທີ່ດິນ, ປະຕິບັດການປະມຸນລາຄາສິດນຳໃຊ້ທີ່ດິນ, ກຳນົດລາຄາທີ່ດິນຕາມຫຼັກການການຕະຫຼາດໂດຍມີການຄຸ້ມຄອງຂອງລັດ”
ເວລາຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເລີ່ມແຕ່ວັນທີ 1/2/2013 ແລະ ສິ້ນສຸດໃນວັນທີ 31/3/2013.