ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກນ້ຳຖ້ວມ, ຕິດຕາມການຜັນແປຂອງພາຍຸ Goni

(VOVWORLD) -ໃນໄລຍະຜ່ານມາ, ພາຍຸ, ຝົນຕົກໜັກເກີດຂຶ້ນຢ່າງລ້ຽນຕິດ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ບັນດາແຂວງທາງພາກກາງ, ໄຕງວຽນ, ພິເສດແມ່ນບັນດາເຂດຢູ່ແຄມທະເລ.

ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກນ້ຳຖ້ວມ, ຕິດຕາມການຜັນແປຂອງພາຍຸ Goni - ảnh 1

ໃນໄລຍະຜ່ານມາ, ພາຍຸ, ຝົນຕົກໜັກເກີດຂຶ້ນຢ່າງລ້ຽນຕິດ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ບັນດາແຂວງທາງພາກກາງ, ໄຕງວຽນ 

(ພາບປະກອບ: TTXVN)

ຕາມສູນອຸຕຸນິຍົມອຸທົກກະສາດແຫ່ງຊາດແລ້ວ, ປະຈຸບັນ ພາຍຸຫົວໃຫຍ່ Goni ພວມເຄື່ອນໄຫວຢູ່ທາງຕິດຕາເວັນອອກ ຟິລິບປິນ, ຄາດວ່າ ໃນຮອບເວລາແຕ່ 24 ຫາ 48 ຊົ່ວໂມງຈະມາເຖິງ ຈະພັດເຂົ້າທະເລຕາເວັນອອກ.

ໃນໄລຍະຜ່ານມາ, ພາຍຸ, ຝົນຕົກໜັກເກີດຂຶ້ນຢ່າງລ້ຽນຕິດ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ບັນດາແຂວງທາງພາກກາງ, ໄຕງວຽນ, ພິເສດແມ່ນບັນດາເຂດຢູ່ແຄມທະເລ. ເພື່ອເປັນເຈົ້າການຮັບມືກັບພາຍຸ, ວັນທີ 01 ພະຈິກ, ຫ້ອງການປະຈຳການຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດສູນກາງ ໄດ້ສະເໝີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງອີງຕາມພາລະບົດບາດໜ້າທີ່ ໜູນຊ່ວຍດ້ານທັນຍາຫານ ສະບຽງອາຫານ ໃຫ້ບັນດາຄອບຄົວຖືກເສຍສາຍຢ່າງທັນການ, ພິເສດແມ່ນຄອບຄົວມີເຮືອນຖືກພັງທະລາຍ, ເຮືອນຖືກຈົມນ້ຳເລິກ…

  ຄະນະຊີ້ນຳກໍ່ຮຽກຮ້ອງໃຫ້ຕິດຕາມການຜັນແປຂອງພາຍຸ Goni - ພາຍຸຫົວທີ 10 ຢ່າງແໜ້້ນແຟ້ນ; ແຈ້ງໃຫ້ບັນດາເຈົ້າຂອງກ່ຳປັ່ນທ່ີ່ພວມເຄື່ອນໄຫວກ່ຽວກັບທິດໄປຂອງພາຍຸ ເພື່ອເປັນເຈົ້ການໃນການລິກລ້ຽງ ຫຼື ບໍ່ເຂົ້າເຂດອັນຕະລາຍ. ກະກຽມກຳລັງ, ພາລະຫະກູ້ໄພກູຊີບ; ຄຸ້ມຄອງເລື່ອງອອກສູ່ທະເລຂອງບັນດາກ່ຳປັ່ນຢ່າງແໜ້ນແຟ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ