(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ເຮັດວຽກກັບບັນດາເຈົ້າໜ້າທີ່ທາງການບິນ ຂອງບັນດາປະເທດ ເພື່ອເຫັນດີເປັນເອກະພາບເພີ່ມຖ້ຽວບິນສາກົນ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ຕອນເຊົ້າວັນທີ 20 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ, ປະທານຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມ ແຫ່ງຊາດ, ປະທານຄະນະກຳມະການຄວາມໝັ້ນຄົງທາງການບິນພົນລະເຮືອນ ແຫ່ງຊາດ, ໄດ້ລົງກວດກາວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ທາງການບິນ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ເຮັດວຽກກັບບັນດາເຈົ້າໜ້າທີ່ທາງການບິນ ຂອງບັນດາປະເທດ ເພື່ອເຫັນດີເປັນເອກະພາບເພີ່ມຖ້ຽວບິນສາກົນ, ຕອບສະໜອງຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ຢາກກັບຄືນບ້ານເກີດເມືອງນອນມາຢ້ຽມຢາມພີ່ນ້ອງ ແລະ ຕ້ອນຮັບບຸນເຕັດປະຈຳຊາດ, ເປັນຕົ້ນແມ່ນບັນດາປະເທດທີ່ມີ ຊາວຫວຽດນາມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກເປັນຈຳນວນຫຼາຍ ແລະ ບັນດາປະເທດທີ່ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ຄື ອົດສະຕາລີ ແລະ ບັນດາປະເທດ ເອີລົບ.