ຮ່ວມແຮງຮ່ວມໃຈເພື່ອເພີ່ມທະວີແຫຼ່ງກຳລັງແຮງຂອງທົ່ວປວງຊົນທັງຊາດ

(VOVWORLD) -ລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໄດ້ຮັບການຖ່າຍຖອດສົດ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ທີ່ມີຕໍ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຮ່ວມແຮງຮ່ວມໃຈເພື່ອເພີ່ມທະວີແຫຼ່ງກຳລັງແຮງຂອງທົ່ວປວງຊົນທັງຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ
(ພາບ: VGP)

ຕອນຄ່ຳວັນທີ 04 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ທີ່ສະຫງວນໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຂຶ້ນ. ນີ້ແມ່ນລາຍການປະຈຳປີເນື່ອງໃນໂອກາດບຸນເຕັດຂອງຊາດ.

        ເຖິງຢ່າງໃດກໍ່ຕາມ, ຍ້ອນການຜັນແປທີ່ສັບສົນຈາກໂລກລະບາດໂຄວິດ-19 ຢູ່ພາຍໃນ ແລະ ຕ່າງປະເທດ. ປີນີ້, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດຂອງຊາດໄດ້, ສະນັ້ນ, ລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໄດ້ຮັບການຖ່າຍຖອດສົດ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ທີ່ມີຕໍ່ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

        ກ່ອນໜ້ານັ້ນ, ເມື່ອແບ່ງປັນກັບປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດຂອງຊາດຄືທຸກປີ ຍ້ອນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຖິງວ່າອາໄສຢູ່ແຫ່ງຫົນໃດກໍ່ຕາມ ຍາມໃດກໍ່ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້.

        ທົ່ວປະເທດກ້າວເຂົ້າສູ່ປີ 2021 ດ້ວຍທີ່ຕັ້ງໃໝ່, ຄວາມຕັດສິນໃຈໃໝ່, ເມື່ອຫາກໍ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສຳເລັດຢ່າງຈົບງາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ.

        “ປີ 2021 ແມ່ນປີທຳອິດທົ່ວປະເທດກ້າວເຂົ້າສູ່ການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021 – 2025, ຍຸດທະສາດໄລຍະ 10 ປີ 2021 – 2030 ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ຮັ່ງມີເຂັ້ມແຂງໃນປີ 2045. ຂ້າພະເຈົ້າປາດຖະໜາວ່າ, ຊາວຫວຽດນາມ ແຕ່ລະຄົນ, ເຖິງວ່າອາໄສຢູ່ພາຍໃນ ຫຼື ຕ່າງປະເທດ ກໍ່ລ້ວນແຕ່ແມ່ນ “ລູກມັງກອນຫຼານເທວະດາ”, ຈົ່ງຮ່ວມແຮງຮ່ວມໃຈ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ເພື່ອໃຫ້ກຳລັງແຮງຂອງທົ່ວປວງຊົນທັງຊາດໂຮມເປັນໜຶ່ງດຽວ, ສ້າງບາດກ້າວບຸກທະລຸຢ່າງແຮງ ເພື່ອນຳຊາດເຮົາພັດທະນາໃຫ້ທຽບເທົ່າກັບບັນດາປະເທດຢູ່ 5 ທະວີບ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ເຊື່ອໝັ້ນວ່າ, ໂລກລະບາດໂຄວິດ ຈະຜ່ານໄປໂດຍໂວ, ໂລກມີຄວາມສະຫງົບສຸກ ເພື່ອໃນປີໜ້າຈະໄດ້ຮັບຊາວຫວຽດນາມ ກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ”.

ຕອບກັບ

ຂ່າວ/ບົດ​ອື່ນ