Vovworld - ຕອນບ່າຍວັນທີ 26/6, ທີ່ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີ ເມືອງ ຕຽນເຟືອກ ແຂວງ ກວາງນາມ ຊຶ່ງລວມມີບັນດາ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ແມ່ຫວຽດນາມວິລະຊົນ, ບັນດາ ຜູ້ທີ່ມີຄຸນງາມຄວາມດີໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ແລະ ເຂົ້າຢ້ຽມຄຳນັບສຸສານປະທານໂຮ່ຈິມິນນັ້ນ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເນັ້ນໜັກວ່າ ພັກ, ລັດ ແລະ ລັດຖະບານຫວຽດນາມຍາມໃດກໍຈົດຈຳ ແລະ ຮູ້ບູນຄຸນອັນໃຫຍ່ຫຼວງຂອງ ຜູ້ມີຄຸນງາມຄວາມດີຊຶ່ງລວມມີບັນດາ ທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ບັນດາຜູ້ທີ່ມີຄຸນງາມຄວາມດີໃນທົ່ວປະເທດເວົ້າລວມ ແລະ ແຂວງກວາງນາມເວົ້າສະເພາະ, ໃນນັ້ນມີເມືອງ ຕຽນເຟືອກ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໃຫ້ຮູ້ວ່າ ພັກ, ລັດ ແລະ ລັດຖະບານຫວຽດນາມຍັງພວມສືບຕໍ່ພະຍາຍາມເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນເວົ້າລວມ ແລະ ພິເສດແມ່ນຊີວິດການເປັນຢູ່ຂອງ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດເວົ້າສະເພາະ. ທ່ານຮອງນາຍົກລັດຖະ ມົນຕີ Vu Van Ninh ສະແດງຄວາມຫວັງວ່າ ບັນດາ ທະຫານເສຍອົງຄະ, ທະຫານເຈັບປວຍ, ບັນດາຜູ້ທີ່ມີຄຸນງາມຄວາມດີໃນເມືອງ ຕຽນເຟືອກ ຈົ່ງສືບຕໍ່ມານະເສີມຂະຫຍາຍມູນເຊື້ອປະຕິວັດ, ເປັນແບບຢ່າງທີ່ດີເພື່ອໃຫ້ຄົນລຸ່ນໜຸ່ມປະຕິບັດຕາມ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ປະເທດຊາດໃຫ້ນັບມື້ນັບອຸດົມຮັ່ງມີ ແລະ ສວຍງາມ./.