ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຮ່ວມເວທີປາໄສການເຕີບໂຕອາຊີ

(VOVWORLD) -ໂດຍນອນໃນການເຄື່ອນໄຫວຢູ່ນອກເວທີປາໄສເສດຖະກິດໂລກ (WEF), ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ໄຂເວທີປາໄສການເຕີບໂຕອາຊີ. ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ເພື່ອສ້າງການປ່ຽນແປງ: ຄົ້ນຫາ ແລະ ສົ່ງຄວາມສະອ່ອນໃຈ”, ເວທີປາໄສການເຕີບໂຕອາຊີ ລວມມີວາລະປະຊຸມ 20 ຄັ້ງ, ໃນນັ້ນ 2 ວາລະຄົບຄະນະ ແລະ 18 ວາລະເຕັກນິກ.

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຮ່ວມເວທີປາໄສການເຕີບໂຕອາຊີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ

(ພາບ: VGP)

ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 200 ທ່ານ, ລວມມີລັດຖະມົນຕີບັນດາປະເທດອາຊຽນ, ບັນດາແຂກຜູ້ຖືກເຊີນຂັ້ນສູງມາຈາກບັນດາປະເທດໃນອາຊີ, ບັນດາວິສາຫະກິດພາຍໃນກຸ່ມອາຊຽນ… ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ຮູບແບບຮ່ວມມືພາກລັດ - ເອກະຊົນ ແມ່ນເຄື່ອງມືສຳຄັນເພື່ອດຶງດູດການລົງທຶນເຂົ້າຂະແໜງ, ພັດທະນາການຜະລິດຕາມລະບົບມູນຄ່າເພີ່ມ ແລະ ເພີ່ມທະວີການລົງທຶນເຂົ້າການປຸງແຕ່ງລົງເລິກ. ໃນແຜນການເຄື່ອນໄຫວຜັນຂະຫຍາຍການສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່ຂອງຫວຽດນາມ ຮອດປີ 2020, ລັດຖະບານໄດ້ ຖືດ້ານກະສິກຳແມ່ນຈຸດສຸມໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກໍ່ສ້າງຊົນນະບົດໃໝ່ຢ່າງວັດທະນາຖາວອນ… ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ.

        “ດ້ວຍຫົວຂໍ້ຂອງເວທີປາໄວການເຕີບໂຕອາຊີ ໃນມື້ນີ້ ແມ່ນ “ປ່ຽນໃໝ່ເພື່ອສ້າງການປ່ຽນແປງ: ຄົ້ນຫາ ແລະ ສົ່ງຄວາມສະອ່ອນໃຈ”. ສະນັ້ນ, ຢາກເຊື່ອມໂຍງຢ່າງເລິກເຊິ່ງກວ່າ, ຂະແໜງກະສິກຳຄວນມີການຫັນປ່ຽນຢ່າງແຮງກວ່າອີກ, ດ້ວຍການເຂົ້າຮ່ວມຂອງພາກເອກະຊົນຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ, ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝຂອງການປະຕິວັດອຸດສາຫະກຳ 4.0 ເພື່ອຫັນປ່ຽນຂົງເຂດກະສິກຳໃຫ້ທັນສະໄໝກວ່າ, ມີປະສິດທິຜົນກວ່າ, ກວມລວມກວ່າ ແລະ ຍືນຍົງກວ່າ”.

        ທີ່ເວທີປາໄສ, ບັນດານັກຄຸ້ມຄອງ, ນັກຊ່ຽວຊານ ແລະ ນັກທຸລະກິດໄດ້ແບ່ງປັນວິທີປ່ຽນແປງໃໝ່ໃນການຜະລິດ, ລົງທຶນ ແລະ ການດຳເນີນທະລະກິດກະສິກຳ, ການນຳໃຊ້ຜົນງານຂອງວິທະຍາສາດເຕັກໂນໂລຊີ ແລະ ການປະຕິວັດອຸດສາຫະກຳ 4.0 ເຂົ້າການຜະລິດກະສິກຳອັດສະລິຍະ. ຜ່ານນັ້ນປະກອບສ່ວນເສີມຂະຫຍາຍທ່າແຮງຂອງກະສິກຳໃນເຂດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ...

ຕອບກັບ

ຂ່າວ/ບົດ​ອື່ນ