ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ |
(vovworld)- ຕອບສຳພາດນັກຂ່າວ VOV ເນື່ອງໃນໂອກາດວັນມູນເຊື້ອຂອງຂະແໜງການທູດຫວຽດນາມ ( 28/8/1945-28/8/2015), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຢືນຢັນວ່າ ຕ້ອງແກ້ໄຂບັນຫາດ້ວຍຄວາມພິກໄຫວ ແລະ ແທດເໝາະກັບສະພາບການ, ໃນນັ້ນເອກະລາດເປັນເຈົ້າຕົນເອງ ແລະ ຖືຜົນປະໂຫຍດຂອງຊາດແມ່ນເໜືອກວ່າສິ່ງໃດໝົດ ແມ່ນທິດນຳດ້ານການທູດ ນັບຕັ້ງແຕ່ກໍ່ຕັ້ງປະເທດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເນັ້ນໜັກວ່າ
“ ໃນບັນຫາທະເລຕາເວັນອອກ, ຕ້ອງຢັ້ງຢືນຫຼັກໝັ້ນຂອງຫວຽດນາມວ່າ ແມ່ນມີອະທິປະໄຕຢູ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ, ມີອະທິປະໄຕກ່ຽວກັບເຂດເສດຖະກິດພິເສດ 120 ໄມທະເລຕາມກົດໝາຍສາກົນ. ທະເລຕາເວັນອອກ ຍັງບັນຫາໄດ້ຮັບຄວາມສົນໃຈຈາກສາກົນ ເພາະວ່າ ນີ້ແມ່ນເສັ້ນທາງທະເລທີ່ສຳຄັນເຊື່ອມຕໍ່ລະຫວ່າງບັນດາພາກພື້ນ, ແລະ ມີສ່ວນກ່ຽວຂ້ອງເຖິງຄວາມໝັ້ນຄົງ, ປອດໄພໃນການເດີນທະເລ. ສຳລັບການຂັດແຍ້ງທີ່ກ່ຽວຂ້ອງເຖິງ 1 ປະເທດ, ຫວຽດນາມມີແຜນນະໂຍບາຍແກ້ໄຂໃນຂອບເຂດ 2 ຝ່າຍ, ສ່ວນສຳລັບການຂັດແຍ້ງທີ່ກ່ຽວຂ້ອງເຖິງຫຼາຍປະເທດ, ຫວຽດນາມມີແຜນນະໂຍບາຍແກ້ໄຂໃນຂອບເຂດຫຼາຍຝ່າຍ. ແຕ່ທັດສະນະຂອງເຮົາແມ່ນຕ້ອງແກ້ໄຂໂດຍອີງໃສ່ກົດໝາຍສາກົນ. ສິ່ງທີ່ບໍ່ປ່ຽນແປງຢູ່ນີ້ ແມ່ນສັນຕິພາບ, ສະຖຽນລະພາບ, ຜົນປະໂຫຍດ, ອະທິປະໄຕ ແມ່ນຕ້ອງຮັບປະກັນ, ຕ້ອງແກ້ໄຂດ້ວຍມາດຕະການເພີ່ມທະວີການຮ່ວມມື, ແຕ່ບໍ່ສົ່ງຜົນສະທ້ອນຕໍ່ອະທິປະໄຕ ”