ຮອງນາຍົກລັດຖະມົນຕີ ວູ້ດຶກດາມ ລົງກວດກາວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພສະບຽງອາຫານ


ຮອງນາຍົກລັດຖະມົນຕີ ວູ້ດຶກດາມ ລົງກວດກາວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພສະບຽງອາຫານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ໄປ​ສຳຫຼວດຢູ່​ບາງ​ຮູບ​ແບບ​ການ​ຜະ​ລິດຢູ່ເມືອງ​ຕຽນ​ຢູ, ແຂວງ​ບັກ​ນິງ

(vovworld)- ວັນ​ທີ 13/8, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ໄປ​ສຳຫຼວດຢູ່​ບາງ​ຮູບ​ແບບ​ການ​ຜະ​ລິດ, ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ປຸງ​ແຕ່ງ​ອາ​ຫານ​ລວມ​ໝູ່​ຢູ່ເມືອງ​ຕຽນ​ຢູ, ແຂວງ​ບັກ​ນິງກ່ຽວ​ກັບ​ວຽກ​ງານ​ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາ​ຫານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ຕັກ​ເຕືອນ​ວ່າ ບັກ​ນິງ​ຄວນ​ຜັນ​ຂະ​ຫຍາຍ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ທີ່​ດິນ, ກົນ​ໄກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ຜະ​ລິດ​ສະ​ບຽງ​ອາ​ຫານ​ສະ​ອາດ. ນອກ​ຈາກ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຫົວ​ໜ່ວຍ​ທີ່​ທຳ​ມາ​ຫາ​ກິນ​ເປັນ​ຢ່າງ​ດີແລ້ວ, ຕ້ອງ​ຄົ້ນ​ພົບ ແລະ ປັບ​ໄໝ​ລົງ​ໂທດ​ບັນ​ດາ​ຮາກ​ຖານ​ການ​ຜະ​ລິດ​ທີ່​ທຳ​ມາ​ຫາ​ກິນ​ແບບ​ສໍ້​ໂກງ, ຫຼອກລວງ​.
ຂ່າວ/ບົດ​ອື່ນ