ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕ້ອນຮັບຄະນະຜູ້ແທນລາວ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕ້ອນຮັບຄະນະຜູ້ແທນລາວ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ)


(vovworld) - ຕອນ​ບ່າຍ​ວັນ​ທີ 18/07, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ ນຳ​ໜ້າ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ສະ​ແດງ​ຄວາມ​​ພາກພູມ​ໃຈ​ຕໍ່​ໜ້າ​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ສັງຄົມ ​ເຊິ່ງລັດ ​ແລະ ປະຊາຊົນ​ລາວ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ຈະ​ປະກອບ​ສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ ຍິ່ງກວ່າ​ອີກ. ສ່ວນ​ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ຢືນຢັນ​ວ່າ ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ລາວ ບັນດາ​ເຜົ່າຈະ​ສືບ​ຕໍ່​ພ້ອມ​ກັບ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ. ​ເນື່ອງ​ໃນ​ໂອກາດ​ນີ້, ຮອງ​ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ບັນດາ​ບັນຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
ຂ່າວ/ບົດ​ອື່ນ