ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ ການຕ້ອນຮັບຄະນະ ຜູ້ແທນແຂວງຫຼວງພະບາງ


 ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ ການຕ້ອນຮັບຄະນະ ຜູ້ແທນແຂວງຫຼວງພະບາງ - ảnh 1

(ພາບ: Chinhphu.vn) )

(vovworld)– ​ ​ ຕອນ​ບ່າຍວັນ​ທີ 27/12, ທີ່​ການ​ຕ້ອນຮັບຄະນະ​ຜູ້​ແທນ​ແຂວງ​ຫຼວງ​ພະ​ບາງ ​ໂດຍ​ທ່ານດຣ.ຄຳ​ແພງ ​ໄຊ​ສົມ​ແພງ ​ເລຂາ​​ພັກ​ແຂວງ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ນຳ​ໜ້າ​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຮ່ວາ​ບິ່ງ​ນັ້ນ, ທ່ານຮອງ​ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກ ​ເນັ້ນໜັກ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ການ​ນຳສອງ​ພັກ, ສອງລັດຫວຽດນາມ ​ແລະ ລາວ​ແມ່ນ​ຈະ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ. ສະນັ້ນ, ​ເລື່ອງ​ບັນດາ​ແຂວງ​ຂອງ​ສອງ​ປະ​ເທດ​ປະຕິບັດ​ການ​ຢ້ຽມຢາມ ​ແລະ ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ດ້ວຍ​ບັນດາ​ເນື້ອ​ໃນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການພັນ​ຮ່ວມ​ມືລະຫວ່າງ​ສອງ​ແຂວງ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ແຕ່ລະປີ, ສອງ​ແຂວງ​ຄວນ​ຈັດການ​ສຳ​ຫຼວດ, ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື, ຜ່ານ​ນັ້ນຖອດ​ຖອນ​ບົດຮຽນ​ເພື່ອ​ຈັດຕັ້ງປະຕິບັດ​ໃນ​ຊຸມ​ປີ​ຕໍ່​ໄປ​ໃຫ້​ດີ​ກ່ວາ​ອີກ./.

ຂ່າວ/ບົດ​ອື່ນ