ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບເຈົ້າຟ້າຊາຍ ອັງກິດ
ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບເຈົ້າຟ້າຊາຍ ອັງກິດ
(ພາບ: VGP/Từ Lương)
(vovworld) – ຫວຽດນາມ ປາດຖະໜາວ່າ: ລາຊະອານາຈັກ ແລະ ລັດຖະບານ ອັງກິດ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກເພື່ອໃຫ້ບັນດາວິສາຫະກິດ ອັງກິດສືບຕໍ່ລົງທຶນເຂົ້າ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບເຈົ້າຟ້າຊາຍ ອັງກິດ Andrew, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ເນື່ອງໃນໂອກາດ 2 ປະເທດພວມມິການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ຕອນບ່າຍວັນທີ 24/9, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢືນຢັນວ່າ: ຫວຽດນາມ ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດ ອັງກິດລົງທຶນ ຍາວນານ ແລະ ມີປະສິດທິຜົນຢູ່ ຫວຽດນາມ. ສ່ວນເຈົ້າຟ້າຊາຍ Andrew ຕີລາຄາສູງ ເລື່ອງ ຫວຽດນາມ ຕັ້ງໜ້າສົມທົບກັບ ອັງກິດເພື່ອຈັດຕັ້ງການເຄື່ອນໄຫວແທດຈິງຕ່າງໆ ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ພ້ອມທັງສະເໜີໃຫ້ 2 ປະເທດສືບຕໍ່ຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການສຶກສາ ແລະ ບັນດາຂົງເຂດທີ່ທັງ 2 ຝ່າຍຕ່າງມີທ່າແຮງ.