ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ຢ້ຽມຢາມແຂວງ ຈ່າວິງ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ຢ້ຽມຢາມແຂວງ ຈ່າວິງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຢີ​ນ
​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນໃຫ້​ແກ່​ພໍ່​ແມ່​ປະຊາຊົນເມືອງ ກາງ​ລອງ
(ພາບ: VGP)


(vovworld) -     ຕອນ​ເຊົ້າ​ວັນ​ທີ 01/02, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຢີ​ນ ພ້ອມ​ກັບ​ການ​ນຳ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ 200 ພູດ, ທີ່​ມີ​ມູນ​ຄ່າ 100 ລ້ານ​ດົງ ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ທີ່​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍບາຍ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂດ​ຊີ​ນ ຢູ່​ຕາ​ແສງ ​ເຟືອງ​ແທ້ງ, ບິ່ງ​ຟຸ໋, ​ເມືອງ ກາງ​ລອງ ​ແລະ ຕາ​ແສງ ຊອງ​ໂລກ, ​ເມືອງ ​ເຈົາ​ແທ່ງ, ​ແຂ​ວງ ຈ່າ​ວິ​ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຝາກ​ຄ​ຳຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ປີ​ໃໝ່ ​ແລະ ລະດົມ​ກຳລັງ​ໃຈ​ພໍ່​ແມ່​ປະຊາ​ຊົນທຳ​ການ​ຜະລິດ, ​ບື່ນຕົວ​ຂຶ້ນ​ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່. ທ່ານຢືນຢັນ​ວ່າ ຍາມ​ໃດພັກ ​ແລະ ລັດ ກໍ​ເອົາ​ໃຈ​​ໃສ່ເບິ່ງ​ແຍງ​ ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນສືບ​ຕໍ່​ສຸມໃສ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ