ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ເຮັດວຽກກັບແຂວງ ຊອກຈັງ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ເຮັດວຽກກັບແຂວງ ຊອກຈັງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽນ​​ເຢີ​ນ
ເຮັດ​ວຽກ​ກັບ​ແຂວງ ຊອກ​ຈັງ
(ພາບ: soctrang.gov.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 17/01, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​​ໂດຍທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽນ​​ເຢີ​ນ ນຳ​ໜ້າ ​ໄດ້​ລົງ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ ຊອກ​ຈັງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​, ວັດທະນະທຳ, ສັງຄົມປີ 2012 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ໃນ​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽນ​​ເຢີ​ນ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ແຂວງ ຊອກ​ຈັງ ຮັກສາ​ໄດ້​ລະດັບ​ພັດທະນາ​ເສດຖະກິດ​ສູງພໍ​ສົມຄວນ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ ຂະ​ເມ ​ເປັນ​ຢ່າງ​ດີ, ຍ້ອງຍໍ​ສັນລະ​ເສີນ​ທ້ອງຖິ່ນ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​​ແຜນຮ່າງ​ເປັນ​ຢ່າງ​ດີ, ຍູ້​ແຮງວຽກ​ງານ​ນຳ​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິກຳ, ຍົກ​ສູງ​ມູນ​ຄ່າ​ເຂົ້າສານ​ໃຫ້​ພໍ່​ແມ່​ປະຊາຊົນ.

        ຕາມ​ການ​ນຳ​ແຂວງ​ຊອກ​ຈັງ ​ແລ້ວ, ​ໃນຊຸມ​ປີຜ່ານມາ ລະດັບ​ເຕີບ​​ໂຕ​ເສດຖະກິ​ດຂອງ​ແຂວງ​ບັນລຸ​ກວ່າ 9%, ລາຍ​ຮັບ​ສະ​ເລ່ຍ​​ໃສ່​ຫົວຄົນບັນລຸ​ເກືອບ 27 ລ້ານ​ດົງ/ປີ. ​ໃນ​ປີ 2013, ​ແຂວງ ຊອກ​ຈັງ ​ໄດ້​ວາງ​ແຜນ​ພັດທະນາ​ເສດຖະກິດ​ແມ່ນ 10%, ມູນ​ຄ່າ​ຜະລິດ​ອຸດສາຫະກຳ​ບັນລຸ 8.000 ຕື້​ດົງ, ການສົ່ງ​ອອກ​ສິນຄ້າ​ບັນລຸ 430 ລ້ານ USD.

ຂ່າວ/ບົດ​ອື່ນ