ຮອງນາຍົກລັດຖະມົນຕີ ຫວູ້ດຶກດາມເຮັດວຽກ ຢູ່ແຂວງແຄງຮວາ
(ພາບ : VGP/Đình Nam)
(vovworld)- ວັນທີ 18/7, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານຫວຽດນາມ ໄດ້ເຮັດວຽກກັບຄະນະກຳມະການ ປຊຊ ແຂວງແຄງຮວາ ກ່ຽວກັບສະພາບເສດຖະກິດ, ສັງຄົມຂອງແຂວງ ໃນ 6 ເດືອນຕົ້ນປີ 2014. ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຕີລາຄາສູງຄວາມມານະພະຍາຍາມ, ເປັນເຈົ້າການຂອງແຂວງໃນການປະຕິບັດບັນດາໜ້າທີ່ ເສດຖະກິດ, ສັງຄົມ. ສຳລັບຂົງເຂດສາທາລະນະສຸກ, ຕ້ອງມີກົນໄກ, ນະໂຍບາຍເພື່ອແກ້ໄຂ, ໜູນຊ່ວຍບັນດາໂຮງໝໍນອກລັດເພື່ອດຶງດູດການຫັນວຽກງານລົງທຶນເປັນວຽກງານຂອງສັງຄົມ, ພ້ອມທັງສົມທົບກັນດຶງດູດຖັນແຖວພະນັກງານການແພດເກັ່ງເພື່ອເອົາໃຈໃສ່ເບິ່ງແຍງສຸຂະພາບຂອງ ປຊຊ. ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ສະເໜີແຂວງແຄງຮວາ ຈົ່ງຮ່ວມມືກັບບັນດາມະຫາວິທະຍາໄລທີ່ມີຊື່ສຽງໃນໂລກເພື່ອບຳລຸງສ້າງຊັບພະຍາກອນມະນຸດທ່ອງທ່ຽວທີ່ມີຄຸນນະພາບສູງ.
ກ່ອນຫນ້ານັ້ນ ວັນທີ 17/7 ຢູ່ ນະຄອນ ຟານຣາງ - ທາບຈາມ ແຂວງ ນີງຖ້ວນ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ມີການເຮັດວຽກກັບການນຳແຂວງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ສະຫະສະມາຄົມທ່ອງທ່ຽວ ຂອງ 14ແຂວງ ທາງພາກກາງ ແລະ ເຂດໄຕງວຽນ ກ່ຽວກັບການກຳນົດທິດພັດທະນາການທ່ອງທ່ຽວ.
ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຖືວ່າ: ໃນໄລຍະຜ່ານມາ, ເຖິງວ່າຂະແຫນງທ່ອງທ່ຽວບັນດາແຂວງພາກກາງ ແລະ ເຂດໄຕງວຽນ ມີບັນດາບາດກ້າວພັດທະນາກໍຕາມ ແຕ່ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ ຍັງມີຄວາມຈຳກັດຢູ່. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາທ້ອງຖິ່ນ ຄວນເປັນເຈົ້າການໃນການຮ່ວມສຳພັນນຳກັນ ໃນການພັດທະນາການທ່ອງທ່ຽວ, ສຳຫລວດກວດກາຄືນການວາງແຜນກຳນົດການພັດທະນາ, ປ່ຽນແປງກົນໄກໃນການດຶງດູດແຫລ່ງເງິນລົງທຶນພັດທະນາການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ ກົມໃຫຍ່ທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ຄວນເສີມຂະຫຍາຍບົດບາດຂອງຕົນໃນການເຊື່ອມຕໍ່ບັນດາວິສາຫະກິດທ່ອງທ່ຽວກວ່າອີກ ເພື່ອຜົນປະໂຫຍດລວມ, ນຳຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມໃນໄລຍະປະຈຸບັນ.