ຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຕ້ອນຮັບທ່ານ ຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage

ຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ຕ້ອນຮັບທ່ານ ຮອງລັດຖະມົນຕີການຕ່າງປະເທດ ຊູແອັດ Frank Belfrage - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ
ຕ້ອນຮັບທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊູ​ແອັດ
(ພາບ: VNP)


(vovworld) - ຕອນ​ບ່າຍ​ວັນ​ທີ 19/3, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊູ​ແອັດ Frank Belfrage, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ຖື​ວ່າ: ການ​ຢ້ຽມຢາມ​ຂອງທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊູ​ແອັດ Frank Belfrage ​ແມ່ນ​ເຫດການ​ທີ່​ສຳຄັນ​ຂອງ​ຂະ​ແໜງການ​ທູດ ຊູ​ແອັດ, ​ທັງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມໝາຍ​ໃນ​ສະພາບ​ການ​ສອງ​ປະ​ເທດສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນ​ດາ​ນະ​ໂຍບາຍ ​ແລະ ມາດຕະ​ການ​ເພື່ອ​ສ້າງຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ນັ້ນມີ​ບັນດາ​ວິ​ສາ​ຫະກິດ ຊູ​ແອັດ ລົງທຶນດຳ​ເນີນ​ທຸ​ລະກິດ​​ໃນ​ໄລຍະ​ຍາວ​ນານ ​ແລະ ໝັ້ນຄົງຢູ່ ຫວຽດນາມ. ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊູ​ແອັດ Frank Belfrage ເນັ້ນໜັກວ່າ: ດ້ວຍ​ອິດ​ທິພົນ​ຊື່ສຽງ ​ແລະ ບົດ​ບາດ​ຂອງຕົນ​ໃນ EU, ຊູ​ແອັດ ຈະ​ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ EU, ໜູນຊ່ວຍ ຫວຽດນາມ​ໃນ​ວິວັດ​ການ​ເຈລະຈາ​ສິ້ນ​ສຸດ FTA ຫວຽດນາມ - EU, ຜ່ານ​ນັ້ນຍູ້​ແຮງ​ ການ​ແລກ​ປ່ຽນ​ເສດຖະກິດ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ EU ​ເວົ້າລວມ ​ແລະ ຫວຽດນາມ ກັບ ຊູ​ແອັດ ​ເວົ້າສະ​ເພາະກວ່າ​ອີກ.

ຂ່າວ/ບົດ​ອື່ນ