(vovworld) - ວັນທີ 7/10, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍ ອີນເຕີເນັດກ່ຽວກັບວຽກງານຮັບມືກັບພາຍຸລົມແຮງ ກັບບັນດາແຂວງ, ນະຄອນໃນທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຮຽກຮ້ອງວ່າ: ຢ່າງຊ້າສຸດ, ຮອດເດືອນ 6/2015, ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ້ອງມີວິທີການຮັບມືກັບພາຍຸລົມແຮງ. ໃນນັ້ນບັນດາທ້ອງຖີ່ນຄວນກວດກາຄືນ, ແບ່ງປະເພດບັນດາກິດຈະກຳ, ເຮືອນຢູ່ທີ່ສາມາດຮັບປະກັນຄວາມປອດໄພເມື່ອເກີດພະຍຸທຸກລະດັບເພື່ອເປັນພື້ນຖານໃຫ້ແກ່ການວາງທິດທາງອົບພະຍົບປະຊາຊົນເມື່ອເກີດພາຍຸລົງແຮງ. ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສືບຕໍ່ປັບປຸງ ແລະ ປະກາດກ່ຽວກັບເຂດຈະເກີດພາຍຸ ແລະ ນ້ຳຂຶ້ນສູງຍ້ອນພາຍຸຢູ່ເຂດແຄມທະເລ ຫວຽດນາມ ກໍຂຶ້ນ, ກຳນົດເຂດຖືກຜົນສະທ້ອນເມື່ອພາຍຸລົມແຮງພັດເຂົ້າເຂດແຄມທະເລ ແລະ ເຂດດິນຕໍ່ແຜ່ນ, ຜົນສະທ້ອນຈາກພາຍຸລົມແຮງເຖິງບັນດາກິດຈະກຳພື້ນຖານໂຄງລ່າງ, ເຮືອນຊານ. ພ້ອມທັງຍົກສູງກຳລັງຄວາມສາມາດພາຍາກອນອາກາດ, ກ່າວເຕືອນເພື່ອຮັບໃຊ້ວຽກງານຮັບມືກັບພາຍຸລົງແຮງ, ໃນນັ້ນສຸມໃສ່ກຳນົດຄວາມສາມາດເກີດພາຍຸລົມແຮງ, ຄິດໄລ່ຊັ່ງຊາ, ຄາດຄະເນລ່ວງໜ້າ… ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ກໍ່ຮຽກຮ້ອງ ຍູ້ແຮງວຽກງານໂຄສະນາ, ຍົກສູງສະຕິຂອງປະຊາຊົນ, ຖືນັ້ນແມ່ນໜຶ່ງໃນບັນດາມາດຕະການສຳຄັນເພື່ອຮັບມືກັບພາຍຸລົມແຮງ.