ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ເຮັດວຽກຢູ່ແຂວງຮ່ານາມ

ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ເຮັດວຽກຢູ່ແຂວງຮ່ານາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ເຂົ້າຮ່ວມ
ພິທີ​​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ຜະລິດ​ເຄື່ອງ​​ໂທລະ​ຄົມ ​ແລະ ​ດອກ​ໄຟ LED
(ພາບ: VGP)


​(vovworld) – ຕອນ​ເຊົ້າ​ວັນ​ທີ 13/05, ຢູ່​ແຂວງ​ຮ່າ​ນາມ, ບໍລິສັດ KMW ຫວຽດນາມ, ວິ​ສາ​ຫະກິດ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ສ.​ເກົາຫຼີ, ​ໄດ້​ຈັດ​ພິທີ​​ເລີ່​ມລົງມື​ກໍ່ສ້າງ​ໂຮງງານ​ຜະລິດ​ເຄື່ອງ​​ໂທລະ​ຄົມ ​ແລະ ​ດອກ​ໄຟ LED, ມີ​ມູນ​ຄ່າ 100 ລ້ານ USD. ກ່າວ​ຄຳ​ເຫ​ັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​​ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ດັ່ງ​ດ່າວ ​ແລະ ​ເນັ້ນໜັກ​ເຖິງ​ການ​ພົວພັນ​ອັນ​ດີງາມ, ມີ​ແງ່​ຫວັງ​ຫຼາຍ​ຢ່າງ​ລະ​ຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ, ​ແຂວງ​ຮ່າ​ນາມ ກໍ່​ຄື​ນັກລົງທຶນ​ຈະ​ສຸມ​ໃສ່ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ, ລົງທຶນ​ກໍ່ສ້າງ​ຮັບປະກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບກິດຈະກຳ; ຜັນ​ຂະຫຍາຍ​ການ​ຮັບ​ສະໝັກ​ແຮງ​ງານ​ ​ແລະ ບຳລຸງ​ສ້າງຄົນ​ງານ, ​ໃຫ້​ບຸລິມະສິດ​ຄົນ​ງານ​ຢູ່​ທ້ອງ​ຖິ່ນ ​​ເພື່ອ​ຮັບ​ໃຊ້​ການ​​ເຄື່ອນ​ໄຫວຂອງ​ໂຮງງານຢ່າງ​ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຫຼາຍ​ຢ່າງ​ໃຫ້​ນັກ​ລົງທຶນ, ທ້ອງ​ຖິ່ນ ກໍ່​ຄື​ປະຊາຊົນ​ໃນ​​ເຂດ.
ຂ່າວ/ບົດ​ອື່ນ