ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຜູ້ອຳນວຍການເວທີປາໄສເສດຖະກິດໂລກ Justin Wood

(VOVWORLD) - ຕອນບ່າຍວັນທີ 07 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໃຫ້ການຕ້ອນຮັບທ່ານ Justin Wood, ຜູ້ອຳນວຍການເວທີປາໄສເສດຖະກິດໂລກພາກພື້ນອາຊີ - ປາຊີຟິກ.
ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຜູ້ອຳນວຍການເວທີປາໄສເສດຖະກິດໂລກ Justin Wood - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໃຫ້ການຕ້ອນຮັບທ່ານ Justin Wood

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໃຫ້ຮູ້ວ່າ: ກອງປະຊຸມ WEF ASEAN (ເວທີປາໄສເສດຖະກິດໂລກພາກພື້ນອາຊີ - ປາຊີຟິກ)ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ເຊິ່ງຈະແມ່ນເຫດການການທູດສຳຄັນຂອງຫວຽດນາມໃນປີນີ້, ລັດຖະບານຫວຽດນາມຖືເປັນສຳຄັນກອງປະຊຸມດັ່ງກ່າວ ແລະ  ໄດ້ຊີ້ນຳບັນດາກະຊວງປະສານສົມທົບກັບ WEF ASEANຢ່າງແໜ້ນແຟ້ນ ເພື່ອຈັດກອງປະຊຸມໃຫ້ປະສົບຜົນສຳເລັດຢ່າງລະອຽດລະອໍ ແລະ ຈົບງາມ.  ທ່ານຮອງນາຍົກລັດຖະມົນຕີ ຊົມເຊີຍ WEF  ໄດ້ແຕ່ງຕັ້ງຄະນະປະຕິບັດງານເຂົ້າຫວຽດນາມຢ່າງທັນການ ເພື່ອສຳຫຼວດກະກຽມຈັດກອງປະຊຸມດັ່ງກ່າວ,  ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ WEF ASEAN 2018 ຈະມີການກ້າວໜ້າກ່ຽວກັບເນື້ອໃນ, ຮູບແບບຈັດຕັ້ງ ເພື່ອແນໃສ່ຍົກສູງຄວາມໝາຍຂອງກອງປະຊຸມ, ໂຄສະນາເຜີຍແຜ່ຮູບພາບຂອງຫວຽດນາມ ແລະ ບັນດາກາລະໂອກາດໃນການຮ່ວມມື ແລະ ການລົງທຶນຂອງບັນດາຄູ່ຮ່ວມມືຢູ່ຫວຽດນາມ.

        ທ່ານ Justin Woodຢັ້ງຢືນວ່າ ຈະປະສານສົມທົບກັບບັນດາກະຊວງ ແລະ ພະແນກການຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອຈັດກອງປະຊຸມ WEF ASEAN 2018 ຢູ່ຮ່າໂນ້ຍ ແລະ ເນັ້ນໜັກວ່າ ນີ້ແມ່ນກາລະໂອກາດຂອງ ASEAN, ພິເສດແມ່ນຫວຽດນາມ ເຊິ່ງເປັນການດຶງດູດການລົງທຶນ, ການຮ່ວມມືທຸລະກິດ ກັບບັນດາຄູ່ຮ່ວມມືສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ