ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຢ້ຽມຢາມ ສາທາລະນະລັດ ສະຫະພັນ ບຣາຊິນ ຢ່າງເປັນທາງການ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຊົມເຊີຍຜູ້ຕາງໜ້າບັນດາສະຫະສະມາຄົມ ແລະ ວິສາຫະກິດ ບຣາຊິນ ທີ່ໄດ້ແຕ່ງຕັ້ງຄະນະໄປ ຫວຽດນາມ ຊອກຮູ້ຕະຫຼາດ ແລະ ກ່ອນອື່ນໝົດແມ່ນເຂົ້າຮ່ວມ ກອງປະຊຸມ WEF – ASEAN ເຊິ່ງຈະໄດ້ຈັດຕັ້ງໃນເດືອນ ກັນຍາ 2018 ຢູ່ຮ່າໂນ້ຍ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ  ສາທາລະນະລັດ ສະຫະພັນ ບຣາຊິນ ຢ່າງເປັນທາງການ ໃນລະຫວ່າງວັນທີ 02 – 03 ກໍລະກົດ 2018, ທີ່ນະຄອນ Sao Paulo, ວັນທີ 03 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມເວືອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳບາງວິສາຫະກິດແຖວໜ້າຂອງບຣາຊິນ ທີ່ມີຄວາມສົນໃຈເຖິງຕະຫຼາດຂອງຫວຽດນາມ ເປັນຕົ້ນແມ່ນ ສະຫະພັນອຸດສາຫະກຳ ບຣາຊິນ  (FIESP),  ສະຫະສະມາຄົມສົ່ງເສີມສິນໃນນ້ຳ ບຣາຊິນ (ABRAPES), ສະຫະສະມາຄົມອຸດສາຫະກຳສິນໃນນ້ຳ ບາຣາຊິນ (ABIPESCA), ກຸ່ມບໍລິສັດອຸດສາຫະກຳການບິນ EMBRAER …

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໄດ້ແຈ້ງໃຫ້ຊາບ ກ່ຽວກັບບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມ, ພິເສດແມ່ນ ຄວາມຕັດສິນໃຈດ້ານການເມືອງຂອງການນຳສອງປະເທດໃນເລື່ອງຊຸກຍູ້ການພົວພັນສອງຝ່າຍ, ການສ່ອງແສງຄືນຢ່າງຕັ້ງໜ້າຂອງ ບຣາຊິນໃນການພິຈາລະນາ ຮັບຮອງເອົາລະບຽບ, ຂໍ້ກຳນົດດ້ານເສດຖະກິດຕະຫຼາດໃຫ້ ຫວຽດນາມ ໃນປີ 2018 ແລະ ເລື່ອງສືບຕໍ່ສ້າງຮ່າງນິຕິກຳ ເຊິ່ງແມ່ນບັນດາເງື່ອນໄຂ ທີ່ສະດວກສະບາຍທີ່ສຸດໃຫ້ແກ່ ການພົວພັນການຄ້າລະຫວ່າງສອງປະເທດ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຊົມເຊີຍຜູ້ຕາງໜ້າບັນດາສະຫະສະມາຄົມ ແລະ ວິສາຫະກິດ ບຣາຊິນ ທີ່ໄດ້ແຕ່ງຕັ້ງຄະນະໄປ ຫວຽດນາມ ຊອກຮູ້ຕະຫຼາດ ແລະ ກ່ອນອື່ນໝົດແມ່ນເຂົ້າຮ່ວມ ກອງປະຊຸມ WEF – ASEAN ເຊິ່ງຈະໄດ້ຈັດຕັ້ງໃນເດືອນ ກັນຍາ 2018 ຢູ່ຮ່າໂນ້ຍ; ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ກໍໄດ້ເຂົ້າຮ່ວມເວທີປາໄສການຄ້າ - ການລົງທຶນລະຫວ່າງ ຫວຽດນາມ - ບຣາຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ