ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ຫວຽດ​ນາມ ເຈືອງຮ​ວ່າ​ບິ່ງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢູ່ແຂວງ ລອງ​ອານ

(VOVWORLD) -      ໃນຂອບເຂດການເຄື່ອນໄຫວຢ້ຽມຢາມລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 3 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ 2 ເມືອງ ຄື ເມືອງ ດຶກຮວ່າ ແລະ ດຶກເຫ້ວແຂວງລອງອານ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ຫວຽດ​ນາມ ເຈືອງຮ​ວ່າ​ບິ່ງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢູ່ແຂວງ ລອງ​ອານ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) 

      ທີ່ບັນດາການພົບປະ, ບັນດາຜູ້ມີສິດເລືອກຕັ້ງກໍໄດ້ຍົກບັນດາຄຳຄິດເຫັນ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງບັນດາບັນຫາການເມືອງ, ເສດຖະກິດສັງຄົມຂອງທົ່ວປະເທດເວົ້າລວມ ແລະ ແຂວງລອງອານ ເວົ້າສະເພາະ. ກ່າວຄຳເຫັນກັບຜູ້ມີສິດເລືອກຕັ້ງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ແຈ້ງໃຫ້ຊາບ ບາງໝາກຜົນໃນບັນດາຂົງເຂດຂອງປະເທດໃນ 9 ເດືອນ 2020 ທີ່ຜ່ານມາ; ຮັບຮູ້ບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ໃຫ້ຮູ້ວ່າ ຈະສົ່ງໃຫ້ແກ່ບັນດາສຳນັກງານ, ບັນດາອົງການວິຊາການພິຈາລະນາ, ແກ້ໄຂ. ບາງຄຳເຫັນທີ່ເໝາະສົມຈະຖືກສົ່ງເຖິງສະພາແຫ່ງຊາດໃນກອງປະຊຸມທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ