ຮອງນາຍົກລັດຖະມົນຕີຝ້າມບີງມິນພົບປະກັບກັບລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆ
ຫວຽດນາມ ແລະ ບຸນກາຣີເຊັນສັນຍາກ່ຽວກັບອະສັງຫາລິມະຊັບຂອງອົງການຕ່າງໜ້າການທູດຂອງ 2 ປະເທດ. |
(vovworld)- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ຊຸດທີ 71 ຢູ່ນິວຢອກ, ອາເມລິກາ, ຕອນເຊົ້າວັນທີ 23/9, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນ ໄດ້ມີການພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດແບນຊິກ, ລັດຖະມົນຕີການຕ່າງປະເທດບຸນກາຣີ ແລະ ລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດຮຸງກາຣີ. ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດແບນຊິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມໃນການເພີີ່ມທະວີການພົວພັນກັບຕ່າງປະເທດ, ໃນນັ້ນມີແບນຊິກ, 2 ຝ່າຍເຫັນດີສືບຕໍ່ໃຫ້ບຸລິມະສິດຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດຕ່າງໆ. ສ່ວນໃນການພົບປະກັບລັດຖະມົນຕີການຕ່າງປະເທດແບນຊິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນ ໄດ້ສະເໜີບຸນກາຣີ ຊຸກຍູ້ສະຫະພາບເອີລົບ ເຊັນສັນຍາການຄ້າເສລີຫວຽດນາມ-EU ໂດຍໄວ ແລະ ຮັບຮູ້ພື້ນຖານເສດຖະກິດຕະຫຼາດຂອງຫວຽດນາມໂດຍໄວ, ພາຍຫຼັງການຕ້ອນຮັບ, ທ່ານທັງ 2 ໄດ້ເຊັນສັນຍາກ່ຽວກັບອະສັງຫາລິມະຊັບຂອງອົງການຕ່າງໜ້າການທູດຂອງ 2 ປະເທດ.