ຮອງນາຍົກລັດຖະມົນຕີຟ້າມບີ່ງມີງພົບປະກັບປະທານາທິບໍດີVenezualaແລະລັດຖະມົນຕີການຕ່າງປະເທດອີຣານ

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງພົບປະກັບປະທານາທິບໍດີVenezualaແລະລັດຖະມົນຕີການຕ່າງປະເທດອີຣານ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ​້າມ​ບີງ​ມີງ​ທີ່ກອງ​ປ​ະ​ຊຸຸມ
(ພ​າບ​ປະ​ກອ​ບ)

(vovworld) - ​ວັນ​ທີ 18/9, ຢູ່ນ​ອກກອງ​ປະ​ຊຸມ​ສຸດຍອດ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ​ຢູ່ Margarita, ປະ​ເທດ Venezuala, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Venezuala Nicolas Maduro, ທ່ານ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ Venezuala Delcy Rodriguez ແລະ ທ່ານ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Al – Shaiker Al – Jafari. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Venezuala Nicolas Maduro ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Delcy Rodriguez, 2 ຝ່າຍ​ໄດ້​ຢັ້ງ​ຢືນ​ວ່າ: ຍາມ​ໃດ​ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ນ່້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ຕັ້ງ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ຈັດ​ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ເພື່ອ​ແລກ​ປ່ຽນ​ແຕ່​ລະ​ເນື້ອ​ໃນ​ຮ່ວມ​ມື​ລະ​ອຽດ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ແລະ ການ​ນຳ  Venezuala ໄດ້​ແລກ​ປ່ຽນກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ຫາ ອາ​ຊຽນ ແລະ ທະ​ເລ​ຕາ​ເວັນ​ອອກ.

        ທີ່​ການ​ພົບ​ປະ​ກັບ​ ທ່ານ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Ibrahim Al – Shaiker Al – Jafari, 2 ຝ່າຍ​ໄດ້​້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເ​ພີ່ມ​ທະ​ວີ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່ 2 ປະ​ເທດ​ຊອກ​ຫາ, ຄົ້ນ​ຫາ​ຕະຫຼາດ​ຂອງ​ກັນ.


ຂ່າວ/ບົດ​ອື່ນ