(ພາບ:VOV)
(vovworld)- ຕອນເຊົ້າວັນທີ 4/6, ຢູ່ນະຄອນຫຼວງວຽງຈັນ-ປະເທດລາວ, ທ່ານອາຊາງ ລາວລີ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ ໄດ້ໃຫ້ການຕ້ອນຮັບຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ໂດຍທ່ານບຸ່ຍແທງທູ ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອນຳໜ້າ. ທ່ານຮອງນາຍົກລັດຖະ ມົນຕີລາວ ໄດ້ຕີລາຄາສູງການໄປປະຕິບັດງານຂອງຄະນະ ແລະ ຢືນຢັນວ່າ: ເຂດຕາເວັນຕົກສ່ຽງເໜືອຫວຽດນາມ ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດ, ມີປະຊາຊົນບັນດາເຜົ່າສ່ວນໜ້ອຍເປັນຈຳນວນຫຼາຍ ແລະ ມີສາຍພົວພັນຢ່າງສະໜິດແໜ້ນກັບປະຊາຊົນລາວບັນດາເຜົ່າ. ໃນໄລຍະຜ່ານມາ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງລັດຖະບານລາວ, ປະຕິບັດວຽກງານໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງສອງພັກ, ສອງລັດເປັນຢ່າງດີ, ນຳຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ ແລະ ບັນດາໂຄງການມາຊ່ວຍປະຊາຊົນເຂດຊາຍແດນສອງປະເທດພ້ອມກັນພັດທະນາ. ທ່ານຮອງນາຍົກລັດຖະມົນຕີລາວ ປາດຖະໜາວ່າ: ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຫວຽດນາມ ແລະ ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງລັດຖະບານລາວ ຈະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນປັບປຸງ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາແບບຍືນຍົງ.
ກ່ອນໜ້ານນັ້ນ, ທີ່ກອງປະຊຸມເພີ່ມທະວີວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກລະຫວ່າງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຫວຽດນາມ ແລະ ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງລັດຖະບານລາວ ຈັດຂຶ້ນໃນຕອນບ່າຍວັນທີ 3/6 ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນປີຜ່ານມາ, ຕີລາຄາກ່ຽວກັບບັນດາຂໍ້ສະດວກ, ຄວາມຫຍຸ້ງຍາກກໍ່ຄືປະສິດທິຜົນຂອງສອງຫົວໜ່ວຍໃນວິວັດການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ພັດທະນາເສດຖະກິດເຂດຈຸດສຸມຂຶ້ນກັບບັນດາແຂວງຊາຍແດນລະຫວ່າງສອງປະເທດ. ທ່ານເມກ ພັນຫລັກ ຮອງຫົວໜ້າຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກລັດຖະບານລາວ ໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນຢູ່ບັນດາແຂວງຂອງສອງປະເທດມີເສັ້ນຊາຍແດນຮ່ວມທີ່ບັລຸບັນດາປະສິດທິຜົນອັນແທດຈິງທີ່ໜ້າຊື່ນຊົມຄື: ວຽກງານປ້ອງກັນ ແລະ ຕ້ານອາດຊະຍາປະເພດຕ່າງໆໄດ້ຮັບການຮັບປະກັນ; ປະຊາຊົນມີນ້ຳສະອາດ ແລະ ໄຟຟ້ານຳໃຊ້, ໄດ້ຮັບການເບິ່ງແຍງດູແລສຸຂະພາບ, ຊາວຊົນເຜົ່າເຂດຊາຍແດນສອງປະເທດໄດ້ຮັບການສຶກສາອົບຮົມ, ໂຄສະນາແນວທາງນະໂຍບາຍຂອງພັກ, ລັດຫວຽດນາມ ແລະ ພັກ, ລັດລາວ./.