ຮອງນາຍົກລັດຖະມົນຕີວູ້ດຶກດາມຕ້ອນຮັບຄະນະຜູ້ແທນຊາວປະມົງ,ນັກຮົບເຂົ້າຮ່ວມລາຍການ “ ຫົວໃຈເຂດທະເລໝູ່ເກາະ”

ຮອງນາຍົກລັດຖະມົນຕີວູ້ດຶກດາມຕ້ອນຮັບຄະນະຜູ້ແທນຊາວປະມົງ,ນັກຮົບເຂົ້າຮ່ວມລາຍການ “ ຫົວໃຈເຂດທະເລໝູ່ເກາະ” - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກ​ດາມ ​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ປະມົງ,​ນັກຮົບ​ເຂົ້າ​ຮ່ວມ​ລາຍການ
“ ຫົວ​ໃຈ​ເຂດ​ທະ​ເລ​ໝູ່​ເກາະ”

(vovworld)- ຕອນ​ບ່າຍວັນ​ທີ 10/3, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກ​ດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ປະມົງ,​ນັກຮົບ​ເຂົ້າ​ຮ່ວມ​ລາຍການ “ ຫົວ​ໃຈ​ເຂດ​ທະ​ເລ​ໝູ່​ເກາະ” ​ໂດຍ​ສະມາຄົມ​ນັກຂ່າວ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ທົ່ວ​ປະ​ເທດ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ພໍ່​ແມ່​ພີ​ນ້ອງ​ຊາວ​ປະມົງຢູ່ 2 ໝູ່​ເກາະ ​ເຈືອງ​ຊາ ​ແລະ ຮ່ວາງ​ຊາ ​ແລະ ບັນດາ​ຄອບຄົວ​ຊາວ​ປະມົງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ຮອງ​ນາຍົກ ລັດຖະມົນຕີ ຫວຽດນາມ ວູ້ດຶກ​ດາມ ​ໄດ້ຢືນຢັນ​ວ່າ : ​ໄປ​ພ້ອມ​ກັບ​ການ​ຮັກສາ​ລະດັບການ​ເຕີບ​ໂຕ​ເສດຖະກິດ,​ຮັບປະກັນ​ຊີວິດ​ສັງຄົມ, ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຮັບປະກັນ​ວຽກ​ງານ​ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ. ພິ​ເສດ, ພັກ, ລັດ ​ແລະ​ ລັດຖະບານ ​ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ສະຫງວນ​ທຸກ​ແຫຼ່ງກຳລັງ ​ແລະ ໜູນ​ຊ່ວຍ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ໃຫ້ ພໍ່​ແມ່​ພີ​ນ້ອງ​ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ​ມີ​ຄວາມ​ໝັ້ນ​ໃຈດຳ​ລົງ​ຊີວິດ, ທຳ​ມາ​ຫາ​ກິນ​ຢູ່​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກ​ດາມ ສະ​ແດງ​ຄວາມ​ຫວັງ​ວ່າ ພໍ່​ແມ່​ພີ​ນ້ອງ​ຊາວ​ປະມົງ, ນັກຮົບ​ຈົ່ງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ, ປະກອບສ່ວນ​ພ້ອມ​ກັບ​ລັດຖະບານ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ສຳ​ເລັດ​ຜົນ.

   

 

ຂ່າວ/ບົດ​ອື່ນ