ຮອງນາຍົກລັດຖະມົນຕີຫງວຽນຊວຍຟຸກເປັນປະທານການເຮັດວຽກກ່ຽວກັບວຽກງານຊັນນະສູດຕຸລາການ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວຍຟຸກ
ເປັນປະທານການເຮັດວຽກກ່ຽວກັບວຽກງານຊັນນະສູດຕຸລາການ
(ພາບ: VGP)
(vovworld) – ຕອນບ່ານວັນທີ 30/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃຫ້ຄຳເຫັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຫຍຸ້ງຍາກໃນວຽກງານຊັນນະສູດຕຸລາການ ຮັບໃຊ້ການແກ້ໄຂຄະດີສໍ້ລາດບັງຫຼວງ, ເສດຖະກິດ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ຍູ້ແຮງວຽກງານໂຄສະນາດ້ານສື່ສານ ກ່ຽວກັບວຽກງານຊັນນະສູດຕຸລາການ ເຖິງປະຊາຊົນທຸກຊັ້ນວັນນະຢ່າງກວ້າງຂວາງ. ສານປະຊາຊົນສຸງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຕ້ອງສ້າງ, ປະກາດໃຊ້ການແນະນຳກ່ຽວກັບພື້ນຖານວິທີຮັບຄວາມເຫັນຊັນນະສູດຕຸລາການ ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເປັນເຈົ້າການກວດກາ, ເພີ່ມທະວີການຝຶກອົບຮົມ, ບຳລຸງດ້ານວິຊາການ ປັບປຸງຖັນແຖວຈັດຕັ້ງ…. ເພື່ອຕ້ອບສະໜອງຄວາມຮຽກຮ້ອງຂອງການເຄື່ອນໄຫວສືບສວນ, ຟ້ອງສານ ແລະ ພິພາກສາອາດຊະຍາກຳສໍ້ລາດບັງຫຼວງ, ເສດຖະກິດ.