(vovworld) – ຕອບຄຳຖາມຂອງນັກຂ່າວ VOV ຢູ່ນອກວາລະປະຊຸມສະພາແຫ່ງຊາດໃນຕອນເຊົ້າວັນທີ 23/10, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຢັ້ງຢືນວິວັດການເຈລະຈາເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ຈະຊຸກຍູ້ວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ຂອງ ຫວຽດນາມ ໃຫ້ວ່ອງໄວກ່ວາ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ປະຈຸບັນ, ໃນຈຸດເວລາດຽວກັນ, ຫວຽດນາມ ເຈລະຈາຫຼາຍສັນຍາການຄ້າ, ສຳຄັນທີ່ສຸດແມ່ນບັນດາສັນຍາການຄ້າເສລີ (FTA) ກັບ ອີຢູ, ຍີ່ປຸ່ນ ແລະ ພິເສດແມ່ນສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP). ບັນດາສັນຍານີ້ໄດ້ຮັບການລົງນາມໃນໄລຍະຈະມາເຖິງຈະສ້າງກາລະໂອກາດຫຼາຍຢ່າງ, ຊຸກຍູ້ການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວກໍ່ຄືສ້າງການທ້າທາຍຂອງພື້ນຖານເສດຖະກິດພາຍໃນປະເທດ, ຊຸກຍູ້ວິວັດການສ້າງໂຄງປະກອບເສດຖະກິດຢ່າງວ່ອງໄວ ແລະ ມີປະສິດທິຜົນກ່ວາ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ຖືວ່າ:
“ໃນວິວັດການເຈລະຈາຄວນພະຍາຍາມເຮັດແນວໃດຮັບປະກັນສິດຜົນປະໂຫຍຂອງບັນດາວິສາຫະກິດພາຍໃນປະເທດ. ເມື່ອຮັບປະກັນໄດ້ແລ້ວ, ພວກເຮົາຈະສ້າງບັນດາໂອກາດເພື່ອໃຫ້ເຂົາເຈົ້າມີຄວາມຕ້ອງການ. ປະຈຸບັນ, ຫວຽດນາມ ພວມເຈລະຈາຕາມທິດບັນດາຝ່າຍພ້ອມກັນແລກປ່ຽນບົນພື້ນຖານເຄົາລົບ ຜົນປະໂຫຍດຂອງກັນ.”