ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກຢູ່ແຂວງກວາງນາມ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກຢູ່ແຂວງກວາງນາມ - ảnh 1
ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງ
ເຮັດວຽກຢູ່ແຂວງ ກວາງນາມ
(ພາບ: ເຮືອຊວຽນຮີງ)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 10/07, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກວາງ​ນາມ ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ໃນ 6 ​ເດືອນ​ຕົ້ນຂອງປີ 2016. ​ເສດຖະກິດ - ສັງຄົມ​ຂອ​ງແຂວງ ກວາງ​ນາມ ​ໃນ 6 ​ເດືອນ​ຕົ້ນ​ປີ 2016 ບັນລຸ​ລະດັບ​ເຕີບ​ໂຕສູງ​ພໍ​ສົມຄວນ. ກົນ​ໄກ​ເສດຖະກິດ​ສືບ​ຕໍ່​ຫັນປ່ຽນ​ແຮງ ຕາມ​ທິດ​ເພີ່ມອັດຕາ​ສ່ວນອຸ​ດສາ​ຫະກຳ, ການ​ບໍລິການ; ມູນ​ຄ່າ​ການ​ຜະລິດ​ຂະ​ແໜງ​ອຸດສາຫະກ​ຳບັນລຸ 27.800 ຕື້​ດົ​່ງ. ​ແຂວງຮັບ​ຮູ້, ປະຕິບັດ​ລະບອບອຸດ​ໝູນ​ໃຫ້ຜູ້ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດກ່ວາ 11.500 ​ຄົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ຖື​ວ່າ: ​ແຂວງ​ ກວາງ​ນາມ ມີ​ທ່າ​ແຮງ​ໃຫຍ່ ​ແມ່ນ​ນອນ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ກາງ, ພື້ນຖານ​ໂຄງ​ລ່າງ​ໄດ້​ເຊື່ອມ​ຕໍ່​ກັບ​ບັນດາ​ທ້ອງຖິ່ນ​ໃກ້​ຄຽງ ດັ່ງ​ນັ້ນ​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ພັດທະນາ.

ຂ່າວ/ບົດ​ອື່ນ