ຮອງນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດຕ້ານການຄ້າເຖື່ອນ

ຮອງນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດຕ້ານການຄ້າເຖື່ອນ - ảnh 1
(ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ຕ້ານ​ການ​ຄ້າ​ເຖື່ອນ,
ສໍ້​ໂກງ​ດ້ານ​ການ​ຄ້າ ​ແລະ ສິນຄ້າ​ປອມ)


(vovworld) - ວັນ​ທີ 23/4, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ດ້ານ​ການ​ຄ້າ ​ແລະ ສິນຄ້າ​ປອມ (ຄະນະ​ຊີ້​ນຳ 389 ​ແຫ່ງ​ຊາດ)  ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຜົນຂອງ​ການ​ປະຕິ​ບັດ​ງານ​ໃນ​ງວດ​ທີ 1/2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ຄວາມ​ເຫັນ​ຢືນຢັນ​ວ່າ, ​ໃນ​ງວດ​ທີ 1/2015, ບັນດາ​ກຳລັງກ່ຽວຂ້ອງ​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ວຽກ​ງານ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ, ຊອກ​ຈັບ​ກໍລະນີ​ລະ​ເມີດ​ໄດ້​ຫຼາຍ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​, ຄວາມ​ໝັ້ນຄົງ​ໃນ​ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ 389 ​ແຫ່ງ​ຊາດ, ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນສືບ​ຕໍ່​ຊີ້​ນຳ​ບັນດາ​ອົງການ, ກຳລັງ​ທີ່​ກ່ຽວຂ້ອງ​ຍູ້​ແຮງ​ການ​ສົມທົບ​ກັນ​ກໍ່ສ້າງ, ຜັນ​ຂະຫຍາຍ​ບັນດາ​​ແຜນການ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຄຸ້ມ​ຄອງ​ຕະຫຼາດ, ປ່ຽນ​ໃໝ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ເຖື່ອນ, ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ. ຄຽງ​ຂ້າງ​ນັ້ນ, ຄວນ​ຍູ້​ແຮງ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ, ​ເດັດ​ດຽວ​ລົງ​ໂທດ​ບັນດາ​ກໍລະນີ​ລະ​ເມີດ, ມີ​ສັນຍານຄ້າ​ເຖື່ອນ.

 

ຂ່າວ/ບົດ​ອື່ນ