(vovworld) - ທີ່ການຕ້ອນຮັບຄະນະແມ່ຫວຽດນາມ ວິລະຊົນ ແລະ ຜູ້ມີຄຸນງາມຄວາມດີແຂວງດັກນົງ ໃນຕອນບ່າຍວັນທີ 11/08, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ຈຳລຶກບຸນຄຸນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເປົ້າໝາຍເຊິ່ງເປັນຜູ້ມີຄຸນງາມຄວາມດີ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ທັງລະບົບການເມືອງຕ້ອງເພີ່ມທະວີຄວາມຮັບຮູ້, ມີຄວາມຮັບຜິດຊອບ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາແມ່ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີແຂວງດັກນົງ ຂົນຂວາຍຄອບຄົວສຶກສາອົບຮົມລຸ່ນລູກຫຼານປະຕິບັດແຜນນະໂຍບາຍ, ກົດໝາຍຂອງລັດໃຫ້ເປັນຢ່າງດີ; ພ້ອມທັງຕັ້ງໜ້າເຂົ້າຮ່ວມການປະກອບຄຳເຫັນເພື່ອສ້າງອຳນາດການປົກຄອງຂັ້ນຮາກຖານໃຫ້ປອດໄສ, ເຂັ້ມແຂງ.