ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້
ຕ້ອນຮັບທ່ານ ຂາວແລ໋ງສູ
(vovworld) - ຕອນບ່າຍວັນທີ 31/08, ທີ່ການຕ້ອນຮັບທ່ານ ຂາວແລ໋ງສູ ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງໂຄງການພັດທະນາສະຫະປະຊາຊາດ (UNDP) ທີ່ພວມມີການເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາວ່າບັນດານັກອຸປະຖຳ, ຄູ່ຮ່ວມມືພັດທະນາ ສືບຕໍ່ສະຫງວນແຫຼ່ງທຶນບຸລິມະສິດ, ລາຄາຖືກ ເພື່ອຊ່ວຍ ຫວຽດນາມ ພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາໂຄງການຈຸດໝາຍສະຫັດສະວັດຢ່າງມີປະສິດທິຜົນ. ສ່ວນທ່ານ ຂາວແລ໋ງສູ ກໍ່ຕີລາຄາສູງບັນດານະໂຍບາຍປະຕິຮູບເສດຖະກິດຂອງລັດຖະບານ ຫວຽດນາມ ໃນຊຸມປີຜ່ານມາ, ປະກອບສ່ວນສ້າງແຫຼ່ງກຳລັງຕື່ມອີກ ເພື່ອປະຕິບັດສຳເລັດບັນດາໂຄງການຈຸດໝາຍສະຫັດສະວັດຂອງສະຫະປະຊາຊາດ, ໃນນັ້ນ ພົ້ນເດັ່ນແມ່ນໝາກຜົນແຫ່ງການຫລຸດຜ່ອນຄວາມທຸກຍາກ. ທ່ານ ຂາວແລ໋ງສູ ກໍ່ສະແດງຄວາມປາດຖະໜາຢາກ ປ່ຽນແປງຮູບພາບຂອງ UNDP ຈາກນັກອຸປະຖຳກາຍເປັນຄູ່ຮ່ວມມືພັດທະນາ ນຳເອົາມູນຄ່າເພີ່ມມາໃຫ້ ບັນດາໂຄງການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.