ທ່ານ ເວືອງດິ່ງເຫ້ວ ເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້
(ພາບ:VGP/Thành Chung)
(vovworld) – ວັນທີ 23/8, ຢູ່ແຂວງ ຊອກຈັງ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານຊົນເຜົ່າ, ສາສະໜາ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນເຂດຕາເວັນຕົກພາກໃຕ້. ໃນຊຸມປີຜ່ານມາ, ເບິ່ງລວມແລ້ວ, ສະພາບການເສດຖະກິດ, ຊີວິດການເປັນຢູ່, ການປ້ອງກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊົນເຜົ່າສ່ວນໜ້ອຍໃນບໍລິເວນເຂດຕາເວັນຕົກພາກໃຕ້ເປັນປົກກະຕິໂດຍພື້ນຖານ. ວຽກງານຊົນເຜົ່າ, ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາຍາມໃດກໍ່ໄດ້ຮັບການເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຊົນເຜົ່າພັດທະນາຮອບດ້ານໃນບັນດາຂົງເຂດຊີວິດການເປັນຢູ່, ວັດທະນະທຳ, ສາທາລະນະສຸກ, ການສຶກສາ. ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງເທື່ອລະກ້າວ, ອັດຕາຄອບຄົວທຸກຍາກໃນເຂດຊົນເຜົ່າສ່ວນໜ້ອຍເຂດຕາເວັນຕົກພາກໃຕ້ໄລຍະ 2011 – 2015 ຫລຸດລົງຈາກ 33% ລົງເຫຼືອພຽງກ່ວາ 13%.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ບັນດາທ້ອງຖິ່ນຕ້ອງຍູ້ແຮງການຜະລິດດຳເນີນທຸລະກິດ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນ, ພິເສດແມ່ນພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາແຂວງ, ນະຄອນໃນເຂດສືບຕໍ່ພັດທະນາເສດຖະກິດ, ສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ, ຍູ້ໄວການປ່ອຍເງິນລົງທຶນຂອງລັດ ແລະ ປະຕິບັດບັນດາກົນໄກ, ນະໂຍບາຍອື່ນໆອີກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຕັ້ງໜ້າປະຕິບັດນະໂຍບາຍຊົນເຜົ່າ, ນະໂຍບາຍສາສະໜາເປັນຢ່າງດີ, ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນ, ພັດທະນາເສດຖະກິດ - ສັງຄົມຕິດພັນກັບການຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງເພີ່ມທະວີການຈັດສັນແຫຼ່ງລາຍຈ່າຍປະຕິບັດວຽກງານຫລຸດຜ່ອນຄວາມທຸກຍາກໃນໄລຍະ 2016 – 2020.