(ພາບ:.ອີນເຕີແນັດ)
( vovworld ) – ຕອນຄ່ຳວັນທີ 25/8, ພະແນກສຶກສາ ແລະ ບຳລຸງສ້າງແຂວງ Ha Nam ສົມທົບກັບສະຖານີວິທະຍຸ-ໂທລະພາບແຂວງ Ha Nam ໄດ້ຈັດການພົບປະແລກປ່ຽນ “ເຊີດຊຸູຄວາມເກັ່ງກ້າສາມາດໃນເຂດດິນແຫ່ງການຮ່ຳຮຽນ Ha Nam“. ເຂົ້າຮ່ວມການພົບປະແລກປ່ຽນມີທ່ານນາງຮອງປະທານປະເທດ Nguyen Thi Doan, ຜູ້ຕາງໜ້າກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ການນຳແຂວງ Ha Nam. ພາຍຫຼັງໄດ້ຮັບການສ້າງຕັ້ງຄືນໃໝ່ມາເປັນເວລາ 15 ປີ, Ha Nam ແມ່ນ 1 ໃນຈຳນວນ 4 ແຂວງທຳອິດຂອງຫວຽດນາມ ໄດ້ຮັບຮູ້ບັນລຸມາດຖານການຮຽນປະຖົມຖືກຕ້ອງຕາມເກັນອາຍຸ, ແມ່ນ 1 ໃນຈຳນວນ 10 ທ້ອງຖິ່ນບັນລຸມາດຖານການສຶກສາຂັ້ນມັດທະຍົມຕອນຕົ້ນພາກບັງຄັບ. ພິເສດ, ແຂວງ Ha Nam ແມ່ນ 1 ໃນຈຳນວນ 2 ແຂວງທຳອິດຂອງຫວຽດນາມ ມີ 100% ຈຳນວນຕາແສງບັນລຸມາດຖານການສຶກສາຂັ້ນມັດທະຍົມຕອນຕົ້ນພາກບັງຄັບ. ປີ 2012 ແມ່ນສົກຮຽນທີ່ແຂວງ Ha Nam ບັນລຸຜົນງານທີ່ໜ້າຈົດຈຳທີ່ສຸດ ຂະນະທີ່ມີນັກຮຽນຍາດໄດ້ຫຼຽນເງິນໂອລິມປິກຟີຊິກອາຊີ-ປາຊີຟິກ ແລະ ຫຼຽນຄຳໂອລິມປິກຟີຊິກສາກົນ. ລາຍການພົບປະແລກປ່ຽນດັ່ງກ່າວແມ່ນໂອກາດເພື່ອໃຫ້ແຂວງ Ha Nam ຕີລາຄາຄືນສະພາບການສຶກສາບຳລຸງສ້າງ ແລະ ເຊີດຊູດບັນດາຄູອາຈານ ແລະ ນັກຮຽນ ຊື່ງໄດ້ພະຍາຍາມບື່ນຕົວຂຶ້ນຍາດໄດ້ຜົນງານສູງໃນເວທີສາກົນ.