ຮອງປະທານປະເທດ ດັ້ງທິຫງອກທີ້ງ ມອບຂອງຂວັນໜູນຊ່ວຍນັກຮຽນ ແລະ ຄອບຄົວທຸກຍາກໃນແຂວງບີງດີ້ງ

(VOVWORLD) -ທ່ານນາງ ຮອງປະທານປະເທດຫວຽດນາມດັ້ງທິຫງອກທີ້ງ , ປະທານສະພາປົກປ້ອງກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ມອບນ້ຳນົມ ໜູນຊ່ວຍນັກຮຽນ ແລະ ເຮືອນແຫ່ງສາຍຈິດສາຍໃຈໃຫ້ແກ່ຄອບຄົວທຸກຍາກໃນແຂວງບີງດີ້ງ
ຮອງປະທານປະເທດ ດັ້ງທິຫງອກທີ້ງ ມອບຂອງຂວັນໜູນຊ່ວຍນັກຮຽນ ແລະ ຄອບຄົວທຸກຍາກໃນແຂວງບີງດີ້ງ - ảnh 1ທ່ານນາງ ຮອງປະທານປະເທດຫວຽດນາມດັ້ງທິຫງອກທີ້ງເຮັດວຽກກັບການນຳແຂວງບີງດີ້ງ 

ວັນທີ 22 ສິງຫາ, ທ່ານນາງ ຮອງປະທານປະເທດຫວຽດນາມດັ້ງທິຫງອກທີ້ງ , ປະທານສະພາປົກປ້ອງກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ມອບນ້ຳນົມ ໜູນຊ່ວຍນັກຮຽນ ແລະ ເຮືອນແຫ່ງສາຍຈິດສາຍໃຈໃຫ້ແກ່ຄອບຄົວທຸກຍາກໃນແຂວງບີງດີ້ງ. ຢູ່ຕາແສງ ເຟືອກທັ້ງ, ເມືອງ ຕຸຍເຟືອກ, ຮອງປະທານປະເທດ ດັ້ງທິຫງອກທີ້ງ ຍັງມອບທຶນສຶກສາ 100 ທຶນໃຫ້ແກ່ລູກຫຼານຂອງຂອງນັກຮົບທີ່ພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລຫມູ່ເກາະຂອງປະເທດຊາດ. ເນື່ອງໃນໂອກາດນີ້, ຮອງປະທານປະເທດ ດັ້ງທິຫງອກທີ້ງ ຍັງມອບຂອງຂວັນ 50 ພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນແຂວງບີງດີ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ