ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ຍີ່ປຸ່ນ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ການພົບປະກັນຜູ້ວ່າການເຂດ U Min Sue
(ພາບ: TTXVN)
(vovworld) – ຕອນຄໍ່າວັນທີ 12/03, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເດີນທາງອອກຈາກ Yangon, ສິ້ນສຸດການຢ້ຽມຢາມມຽນມາ ຢ່າງເປັນທາງການ, ເດີນທາງໄປຍັງ Sendai ເຂົ້າຮ່ວມກອງປະຊຸມທົ່ວໂລກຄັ້ງທີ 13 ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ຍີ່ປຸ່ນ. ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມມຽນມາຢ່າງເປັນທາງການ, ວັນທີ 12/3, ຢູ່ນະຄອນ Yangon, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມີການພົບປະກັນຜູ້ວ່າການເຂດ U Myint Swe. ທ່ານ U Myint Swe ຢືນຢັນວ່າ, ມຽນມາ ເວົ້າລວມ ແລະ ນະຄອນ Yangon ເວົ້າສະເພາະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານ U Myint Swe ຕີລາຄາສູງບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ Yangon, ພ້ອມທັງເຫັນດີສົມທົບກັນ, ສ້າງເງື່ຶອນໄຂສະດວກໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ໂຄສະນາ, ສົ່ງເສີມການຄ້າຢູ່ Yangon, ເພື່ອປະກອບສ່ວນສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ມຽນມາ (28/05/1975 – 28/05/2015).
ເມື່ອໂອ້ລົມກັບປະຊາຄົມວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີທຸລະກິດຢູ່ມຽນມາ, ທ່ານນາງຮອງປະທານປະເທດ ຖືວ່າ, ບັນດາຜົນງານກ່ຽວກັບການຮ່ວມມືດຳເນີນທຸລະກິດ ເຊິ່ງວິສາຫະກິດບັນລຸໄດ້ແມ່ນມີຄວາມສຳຄັນທີ່ສຸດ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພົວພັນຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ມຽນມາ; ພ້ອມທັງສະເໜີໃຫ້ວິສາຫະກິດຫວຽດນາມ ສືບຕໍ່ເປັນເຈົ້າການ, ເພີ່ມທະວີການຊອກຮູ້, ເຂົ້າໃຈກົດໝາຍ, ວັດທະນະທຳ ແລະ ຈຸດພິເສດຂອງຕະຫຼາດມຽນມາ; ສາມັກຄີ ແລະ ຕັດສິນໃຈຍູ້ແຮງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ປະເທດນີ້ກວ່າອີກ.
ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ໄດ້ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ; ຢ້ຽມຢາມສູນການຄ້າ ຮ່ວາງແອງຢາລາຍ ຢູ່ມຽນມາ.