ຮອງປະທານປະເທດ ຫງວຽນທິຢວານຕ້ອນ ຮັບຄະນະນັກຮຽນ, ນັກສຶກສາໄດ້ຮັບລາງ ວັນໂອລິມປິກສາກົນ
(ພາບ: TTXVN)
(vovworld) –ຕອນບ່າຍວັນທີ 2/11, ຢູ່ຮ່າໂນ້ຍ, ທ່ານນາງຫງວຽນທິຢວານ ຮອງປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນັກຮຽນ, ນັກສຶກສາ ໄດ້ຮັບລາງວັນໃນການສອບເສັງໂອລິມປິກສາກົນ ແລະ ເສັງໄດ້ຄະແນນດີເດັ່ນໃນການສອບເສັງເຂົ້າມະຫາວິທະຍາໄລປີ 2014 ລວມ 41 ຄົນ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຢືນຢັນວ່າ, ພວກນ້ອງແມ່ນຜູ້ທີ່ນຳມາເຊິ່ງກຽດສະຫງ່າໃຫ້ແກ່ປະເທດຊາດ, ພວກນ້ອງບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງຕົນເອງ, ຄອບຄົວເທົ່ານັ້ນ, ຫາກຍັງສົມເປັນແບບຢ່າງທີ່ດີເດັ່ນ, ເປັນສາງພູມ ປັນຍາທີ່ມີຄ່າຂອງປະເທດຊາດໃນປະຈຸບັນ ແລະ ອະນາຄົດອີກດ້ວຍ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໃສ່ໃຈວ່າ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຕ້ອງສືບຕໍ່ປ່ຽນໃໝ່ວິທີສອນ ແລະ ຮຽນຢ່າງແຮງ./.