ຮອງປະທານປະເທດດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງຫວິງລອງ

(VOVWORLD) -ຕອນບ່າຍວັນທີ 5 ມິຖຸນາ, ທີ່ສຳນັກງານປະທານປະເທດຫວຽດນາມ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງຫວິງລອງ.

ຮອງປະທານປະເທດດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງຫວິງລອງ - ảnh 1ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງຫວິງລອງ 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ໄດ້ຕີລາຄາສູງຕໍ່ເລື່ອງແຂວງຫວິງລອງໄດ້ປະຕິບັດວຽກງານຕອບບຸນແທນຄຸນ, ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີໄດ້ເປັນຢ່າງດີໃນຊຸມປີຜ່ານມາ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ແຂວງຫວິງລອງຈະສືບຕໍ່ເສີມຂະຫຍາຍ, ປະຕິບັດວຽກງານດັ່ງກ່າວໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ; ສູ້ຊົນເພື່ອໃຫ້ 100% ຜູ້ມີຄຸນງາມຄວາມດີແຂວງຫວິງລອງມີຊີວິດການເປັນຢູ່ເທົ່າທຽມ ຫຼືສູງກວ່າລະດັບສະເລ່ຍຂອງປະຊາຊົນພາຍໃນແຂວງ. ທ່ານນາງຮອງປະທານປະເທດ ເຊື່ອໝັ້ນວ່າ ບັນດາຜູ້ແທນທີ່ມີຄຸນງາມຄວາມດີຢູ່ແຂວງຫວິງລອງຈະເສີມຂະຫຍາຍມູນເຊື້ອອັນດີງາມ, ຍາມໃດກໍຮັກສາຄຸນນະທາດ, ຄຸນສົມບັດຂອງນັກຮົບປະຕິວັດ, ສຶກສາມູນເຊື້ອອັນດີງາມໃຫ້ແກ່ລູກຫຼານ ແລະ ຄົນລຸ້ນໜຸ່ມ, ປະຕິບັດບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ; ສາມັກຄີ, ເປັນຈິດໜຶ່ງໃຈດຽວ, ຕັ້ງໜ້າເຂົ້າຮ່ວມວຽກງານການເຄື່ອນໄຫວຢູ່ທ້ອງຖິ່ນ, ສູ້ຊົນປະກອບສ່ວນສ້າງສາແຂວງຫວິງລອງເວົ້າສະເພາະ ແລະ ປະເທດຊາດເວົ້າລວມ ໃຫ້ນັບມື້ນັບຮັ່ງມີ ແລະ ໝັ້ນຄົງເຂັ້ມແຂງ.


ຕອບກັບ

ຂ່າວ/ບົດ​ອື່ນ