ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນນັກອຸປະຖຳກອງທຶນຊ່ວຍເຫຼືອເດັກ

ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນນັກອຸປະຖຳກອງທຶນຊ່ວຍເຫຼືອເດັກ - ảnh 1

ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ບັນ​ດາ​ນັກ​ອຸ​ປະ​ຖຳ​ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ


(vovworld)- ຕາມ​ບົດ​ລາຍ​ງານ​ຂອງ ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ, ປີ 2014, ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມຂົນ​ຂວາຍ​ການ​ແຜ່​ບໍ​ລິ​ຈາກ​ເງິນ​ໄດ້​ກວ່າ 95 ຕື້​ດົງ, ໜູນ​ຊ່ວຍ​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ 86.300 ຄົນ ແລະ ໄດ້​ເຊັນ​ສັນ​ຍາ​ອຸ​ປະ​ຖຳ​ເງິນ 111 ຕື້​ດົງ​ໃຫ້​ຊຸມ​ປີ​ຕໍ່ໆ​ໄປ. ປີ 2015, ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມວາງ​ຈຸດ​ໝາຍ​ຂົນ​ຂ​ວາຍ​ເງິນ 70 ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ 47.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ບັນ​ດາ​ນັກ​ອຸ​ປະ​ຖຳ​ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ​ເມື່ອ​ຕອນ​ບ່າຍ ວັນ​ທີ 24/1, ທ່ານ​ນາງຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ໄດ້​ຮັບ​ຮູ້​ການ​ປ່ຽນ​ໃໝ່​ວິ​ທີ​ການ​ໜູນ​ຊ່ວຍ, ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມໄດ້​ດຶງ​ດູດຫຼາຍ​ແຫຼ່ງ​ກຳ​ລັງ ແລະ ວັດ​ຖຸ​ເພື່ອ​ໜູນ​ຊ່ວຍ. ທ່ານ​ນາງຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຫວັງ​ໃຫ້​ບັນ​ດາ​ນັກ​ອຸ​ປະ​ຖຳ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດ​ນາມ​ເພື່ອຊ່ວຍເຫຼືອ​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຂ່າວ/ບົດ​ອື່ນ