(vovworld) - ການຮ່ວມມືລະຫວ່າງຫວຽດນາມ ແລະ ກຸຍບາ ມີພື້ນຖານໄວ້ເນື້ອເຊື່ອໃຈ, ເລີກເຊິ່ງ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດກຸຍບາ ໂດຍທ່ານ Miguel Diaz Canel, ກຳມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາລັດຖະບານ, ສະພາລັດຖະມົນຕີສ.ກຸຍບາ ນຳໜ້າ ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດຊິງຮຸ່ງ ຢືນຢັນວ່າ: ຫວຽດນາມ ແລະ ກຸຍບາ ມີຊັບສິນອັນລ້ຳຄ່າ, ນັ້ນແມ່ນຈິດໃຈຮ່ວມມືປະຕິວັດ, ກຳມະຊີບຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງປະທານຜູ້ທີໜຶ່ງສະພາລັດຖະບານ Miguel Diaz Canel ກັບທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ແລະ ເຊື່ອໝັ້ນວ່າ, ການພົວພັນລະຫວ່າງ 2 ປະເທດ ຈະສືບຕໍ່ໄດ້ຮັບການເພີ່ມຂຶ້ນ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ຜະລິດທັນຍາຫານ, ສາທາລະນະສຸກ...