(vovworld) - ຕອນບ່າຍວັນທີ 11/10, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການກົດໝາຍສະພາແຫ່ງຊາດ ສປປ ລາວ ໂດຍທ່ານປະທານກຳມາທິການ ດາວອນ ຫວ່າງວິຈິດ ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 10 – 15/10. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ຢືນຢັນວ່າ ຫວຽດນາມ ຖືການພົວພັນກັບສະພາແຫ່ງຊາດລາວ ເປັນສຳຄັນ, ສະໜັບສະໜູນບັນດາສະມາຊິກສະພາແຫ່ງຊາດສອງປະເທດເພີ່ມທະວີການຮ່ວມມືແລກປ່ຽນຂ້ໍມູນ, ບົດຮຽນປະຕິບັດງານ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຖືວ່າ, ຫວຽດນາມ ແລະ ລາວຕ້ອງເພີ່ມທະວີການຮ່ວມມືໃນຂົງເຂດກົດໝາຍກວ່າອີກ, ໂດຍສະເພາະແມ່ນຮ່ວມມືຮຽບຮຽງການສ້າງ, ກວດກາ, ສ້າງລະບົບເອກະສານນິຕິກຳ. ທ່ານປະທານຄະນະກຳມາທິການ ດາວອນ ຫວ່າງວິຈິດ ປາດຖະໜາວ່າ ຫວຽດນາມ ສືບຕໍ່ເພີມທະວີການແບ່ງປັນບົດຮຽນໃນການເຄື່ອນໄຫວຄົ້ນຄວ້າ, ສ້າງບັນດາເອກະສານນິຕິກຳ, ຄວາມສາມາດໃນການກວດກາ, ຕິດຕາມກວດກາວິວັດການປະຕິບັດບັນດາເອກະສານດ້ານກົດໝາຍໃນສະພາບຕົວຈິງກັບລາວ.
ກ່ອນໜ້ານັ້ນ, ຄະນະຜູ້ແທນກຳມາທິການຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນກຳມາທິການກົດໝາຍສະພາແຫ່ງຊາດ ສປປ ລາວ; ຄະນະຜູ້ແທນກຳມາທິການກົດໝາຍສະພາແຫ່ງຊາດ ສປປ ລາວ ກໍໄດ້ມີການເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດສະພາແຫ່ງຊາດຫວຽດນາມ. ສອງຝ່າຍໄດ້ເປັນເອກະພາບນຳກັນໂດຍຖືວ່າ ໃນໄລຍະຈະມາເຖິງຕ້ອງຊຸກຍູ້ການສ້າງບັນດາເນື້ອໃນ, ໂຄງການຮ່ວມມືກ່ຽວກັບບັນດານິຕິບັນຍັດ, ໃນນັ້ນສຸມໃສ່ເຂົ້າໃນວຽກງານຝືກອົບຮົມຍົກສູງຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດລາວ, ເພີ່ມທະວີຄວາມສາມາດໃນການສ້າງບັນດາເອກະສານນິຕິກຳ. ຄະນະຜູ້ແທນກຳມາທິການກົດໝາຍສະພາແຫ່ງຊາດ ລາວ ປາດຖະໜາວ່າ ສະຖາບັນຄົ້ນຄວ້ານິຕິບັນຍັດສະພາແຫ່ງຊາດຫວຽດນາມ ຈະໜູນຊ່ວຍສະພາແຫ່ງຊາດລາວ ໃນການສ້າງຮູບແບບຄົ້ນຄວ້າດ້ານນິຕິບັນຍັດ.