ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຂົ້າຮ່ວມກອງປະຊຸມຂອງສະພາປະຊາຊົນ ແຂວງ ຮ່ວາບິ່ນ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
(ພາບປະກອບ)
(vovworld) – ວັນທີ 9/7, ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 6 ສະພາປະຊາຊົນແຂວງ ຮ່ວາບິ່ນ ຊຸດທີ 15, ອາຍຸການ (2011 -2016), ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ: ເພື່ອພັດທະນາເສດຖະກິດແບບຍືນຍົງພ້ອມກັບທົ່ວປະເທດນັ້ນ, ໃນໄລຍະຈະມາເຖິງ, ແຂວງ ຮ່ວາບິ່ນ ຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ຮ່ວມສຳພັນກັບແຂວງໃກ້ຄຽງເພື່ອພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ. ແຂວງ ຄວນສືບຕໍ່ກວດຄືນແຜນກຳນົດບັນດາເຂດຊຸມຊົນ, ເຂດຕັ້ງຖິ່ນຖານຄົງທີ່ສຳລັບປະຊາຊົນຜູ້ໄດ້ສະຫງວນທີ່ດິນເພື່ອກໍ່ສ້າງກິດຈະກຳເຂື່ອນໄຟຟ້ານ້ຳຕົກ ຮ່ວາບິ່ນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ແຂວງ ຮ່ວາບິ່ນ ເອົາໃຈໃສ່ເຖິງວຽກງານກໍ່ສ້າງຊົນນະບົດໃໝ່, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນບໍລິເວນແຂວງ, ພິເສດແມ່ນພໍ່ແມ່ປະຊາຊົນເຂດຫ່າງໄກຊອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນເພື່ອພັດທະນາວັດທະນະທຳ, ການທ່ອງທ່ຽວ.