ພາບປະກອບ
(vovworld) – ວັນທີ 24/8, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ໄດ້ໃຫ້ການຕ້ອນຮັບປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດປະກັນຊີວິດ AIA Mark Edward Tucker. ທ່ານຟູ່ງກວກຫຽນ ໄດ້ຊົມເຊີຍບັນດາໝາກຜົນແຫ່ງການດຳເນີນທຸລະກິດທີ່ກຸ່ມບໍລິສັດ AIA ບັນລຸໄດ້, ພິເສດແມ່ນເມື່ອເຂົ້າເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການໃນປີ 2000 ມາຮອດປະຈຸບັນ. ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ປາດຖະໜາຢາກໃຫ້ກຸ່ມບໍລິສັດ AIA ຫວຽດນາມ ສືບຕໍ່ເປີດກ້ວາງເຄືອຂ່າຍຈຳໜ່າຍ, ແນະນຳຜະລິດຕະພັນໃໝ່,ຫຼາຍຮູບຫຼາຍແບບ, ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ ຫວຽດນາມ. ພ້ອມທັງສະເໜີ AIA ແລກປ່ຽນບົດຮຽນສາກົນໃນວຽກງານສ້າງລະບອບ, ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ, ຊ່ວຍບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ສ້າງກອບກົດໝາຍໃຫ້ສົມບູນແບບແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດປະກັນໄພຂອງ ຫວຽດນາມ.