ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລາຍເຈົາ
ທ່ານນາງຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ມອບຂອງ
ຂວັນໃຫ້ບັນດາຄອບຄົວນະໂຍບາຍ,ຜູ້ທີ່ມີຄຸນງາມຄວາມດີຕໍ່ປະຕິວັດ
(ພາບ:vov.vn)
(vovworld) - ວັນທີ 20/4, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ລົງເຮັດວຽກກັບການນຳແຂວງ ລາຍເຈົາ ກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 12 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກໍ່ລົງຢ້ຽມຢາມຕາແສງເຂດຊົນນະບົດໃໝ່ ຊານທ່າງ, ນະຄອນ ລາຍເຈົາ.
ກ່ອນໜ້ານັ້ນ, ວັນທີ 19/4, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ລົງຢ້ຽມຢາມພະນັກງານ ແລະ ປະຊາຊົນບ້ານວັດທະນະທຳ ວ່າງແຟວ, ຕາແສງ ເມື່ອງຊໍ, ເມືອງ ຟອງໂຖ. ເມື່ອໂອ້ລົມກັບຊາວບ້ານ ວ່າງແຟວ ແລະ ຜູ້ຕາງໜ້າອຳນາດການປົກຄອງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີວ່າ: ໃນໄລຍະຈະມາເຖິງ, ອຳນາດການປົກຄອງຄວນເອົາໃຈໃສ່ເຖິງປະຊາຊົນຫຼາຍກ່ວາອີກ, ພິເສດແມ່ນໃນວິວັດການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ປົກປັກຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ.