ທ່ານນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
(ພາບ: ອິນເຕີແນັດ)
(vovworld) - ຕອນບ່າຍວັນທີ 2/2, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ວີສາມັນ ຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ Preeti Saran ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງການປະຕິບັດໜ້າທີ່ການທູດຂອງທ່ານນາງເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ, ເຊິ່ງໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງສະພາແຫ່ງຊາດ, ສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ. ສອງປະເທດກໍ່ໄດ້ຕັ້ງໜ້າສົມທົບກັນ ແລະ ມີທັດສະນະລວມໃນບັນດາເວທີປາໄສພາກພື້ນ ແລະ ສາກົນ ເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ. ທ່ານນາງ ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຫວັງວ່າສອງປະເທດຈະສືບຕໍ່ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນໃຫ້ຢູ່ໃນລະດັບກວ່າ 5 ຕື້ USD ຄືໃນປະຈຸບັນ; ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ປະກອບສ່ວນຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ. ສ່ວນທ່ານນາງເອກອັກຄະລັດຖະທູດ ອິນເດຍ Preeti Saran ກໍ່ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຈະນັບມື້ນັບພັດທະນາຢ່າງແໜ້ນແຟ້ນ. ທ່ານນາງເອກອັກຄະລັດຖະທູດຢືນຢັນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານນາງຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.