ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດຝະລັ່ງ

ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດຝະລັ່ງ - ảnh 1
ທ່ານ​ນາງຮ່ອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
 ແລະ ທ່ານນາງ​ Elisabeth Guigou
(ພາບ: DinhNam)

(vovworld) – ຕອນ​ບ່າຍ​ວັນ​ທີ 16/12, ທີ່​ການ​ຕ້ອນຮັບທ່ານນາງ​ຫົວໜ້າ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ຝະລັ່ງ Elisabeth Guigou ທີ່ພວມ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາງຮ່ອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ ຝະລັ່ງ ​ໃນ​ເລື່ອງ​ເພີ່ມ​ທະວີການ​ຮ່ວມ​ມືດ້ານ​ເສດຖະກິດ​ກັບ ຫວຽດນາມ ​ແລະ ໝາກຜົນ​ການ​ພົວພັນ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ ຝະລັ່ງ ສະໜັບສະໜູນ​ເລື່ອງ​ລົງ​ນາມ​​ໃນສັນຍາ​ການ​ຄ້າ​ເສ​ລີ ຫວຽດນາມ - ສະຫະພາບ​ເອີ​ລົບ ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ລົງທຶນ​​ຢ່າງ​ມີ​ປະສິດທິ​ຜົນໃນ​ທຸກ​ຂົງ​ເຂດ ​ເຊິ່ງວິ​ສາ​ຫະກິດ ຝະລັ່ງ ມີ​ທ່າ​ແຮງ​ຄື: ພື້ນຖານ​ໂຄງ​ລ່າງ, ​ຄົມມະນາຄົມ - ຂົນ​ສົ່ງ, ພະລັງງານ… ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ​ເລື່ອງ 2 ຝ່າຍ​ດຳ​ເນີນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ພົບ​ປະ​ເປັນ​ປະຈຳ ​ໄດ້​ປະກອບສ່ວນ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ແຕ່ລະ​ປະ​ເທດ​ຢ່າງ​ມີປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສຫລາຍ​ຝ່າຍ. ສ່ວນ​ທ່ານ​ນາງ Elisabeth Guigou ກໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ ຝະລັ່ງ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ, ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ, ​ເສດຖະກິດ.

 

ຂ່າວ/ບົດ​ອື່ນ