ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ
ທ່ານນາງ ຫງວຽນທິກິມເງິນ ຕ້ອນຮັບຜູ້ແທນ
ຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ ໃນຕອນເຊົ້າວັນທີ 13/5 ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງແຂວງ ເຊີນລາ ໃນການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ແຂວງ ເຊີນລາ ຄວນສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາໂຄງການ, ນະໂຍບາຍພັດທະນາໃນເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍຢ່າງມີປະສິດທິຜົນກວ່າອີກ. ພະນັກງານ ແລະ ປະຊາຊົນຢູ່ທ້ອງຖິ່ນ, ຜູ້ມີອິດທິຜົນຊື່ສຽງຕ້ອງເອົາໃຈໃສ່ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນ; ຜັນຂະຫາຍປະຕິບັດບັນດາໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ; ຕັ້ງໜ້າຕອບສະໜອງຂະບວນການປ້ອງກັນຄວາມສະຫງົບເພື່ອປະເທດຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຂະບວນການແຂ່ງຂັນຮັກຊາດໃນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.