ຮອງປະທານາທິບໍດີ ອາເມລິກາ ຮຽກຮ້ອງຍົກອອກຖະແຫຼງການກ່ຽວກັບດ້ານນິວເຄຼຍໃນການພົບປະສຸດຍອດລະຫວ່າງ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ

(VOVWORLD) - ວັນທີ 15 ພະຈິກ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຖືວ່າ:
ຮອງປະທານາທິບໍດີ ອາເມລິກາ ຮຽກຮ້ອງຍົກອອກຖະແຫຼງການກ່ຽວກັບດ້ານນິວເຄຼຍໃນການພົບປະສຸດຍອດລະຫວ່າງ ອາ​ເມ​ລິ​ກາ - ສ​ປ​ປ.ເກົາຫຼີ - ảnh 1ທ່ານຮອງປະທານາທິບໍດີ Mike Pence (ພາບ: THX/TTXVN 

ທ່ານປະທານາທິບໍດີ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຕ້ອງເຫັນດີເປັນເອກະພາບຍົກອອກຖະແຫຼງການ ເຊິ່ງອາດຈະປະຕິບັດໄດ້ກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງ ພຽງຢາງ, ຖ້າຫາກການນຳ 2 ທ່ານນີ້ ຈັດຕັ້ງການພົບປະສຸດຍອດໃນຕົ້ນປີ 2019 ຈະມາເຖິງ.

        ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ NBC News, ທ່ານຮອງປະທານາທິບໍດີ Mike Pence ຊີ້ແຈ້ງວ່າ: “ຂ້າພະເຈົ້າຄິດວ່າ ສິ່ງທີ່ຮີບດ່ວນທີ່ສຸດໃນການພົບປະສຸດຍອດທີ່ຈະມາເຖິງນັ້ນ ແມ່ນພວກເຮົາຕ້ອງຍົກອອກແຜນການກ່ຽວກັບອາວຸດນິວເຄຼຍ”. ທ່ານຮອງປະທານາທິບໍດີ Mike Pence ກໍ່ຊົມເຊີຍ “ບັນດາຄວາມກ້າວໜ້າບຸກທະລຸ” ໃນວຽກງານເຈລະຈາ 2 ຝ່າຍ, ໂດຍສະແດງໃຫ້ເຫັນດ້ວຍເລື່ອງ ພຽງຢາງ ຢຸດຕິການທົດລອງລູກສອນໄຟ ແລະ ມອບສົ່ງຕົວປະກັນກໍ່ຄືອັດຖິພົນທະຫານ ອາເມລິກາ ທີ່ເສຍສະຫຼະຊີວິດໃນສົງຄາມ ເກົາຫຼີ ໃຫ້ ວໍຊິງຕັນ. ເຖິງຢ່າງໃດກໍ່ຕາມ, ທ່ານ Mike Pence ກໍ່ຢືນຢັນວ່າ ອາເມລິກາ ຈະຮັກສາຫຼັກໝັ້ນແຂງກະດ້າງ ແລະ ບໍ່ຍົກເລີກບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ