ຮອງປະທານາທິບໍດີອິນເດຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ທ່ານຮອງປະທານາທິບໍດີອິນເດຍ Mohamad Hamid Ansari
(ພາບ: en.wikipedia.org)
(vovworld) - ວັນທີ 14/01, ທ່ານຮອງປະທານາທິບໍດີອິນເດຍ Mohamad Hamid Ansari ແລະ ພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14 – 17/01/2013, ຕາມຄຳເຊີນຂອງທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ. ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານຮອງປະທານາທິບໍດີອິນເດຍ ໄດ້ດຳເນີນໄປໃນສະພາບການທີ່ສອງປະເທດຫາກໍຈັດຕັ້ງປີມິດຕະພາບຫວຽດນາມ - ອິນເດຍ 2012 ສຳເລັດຜົນ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ ໃນທຸກຂົງເຂດຄື; ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ເຕັກໂນໂລຊີ, ວັດທະນະທຳ, ການສຶກສາບຳລຸງສ້າງ ເລິກເຊິ່ງຂຶ້ນຕື່ມ. ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງປະທານາທິບໍດີອິນເດຍ ຈະມີການເຈລະຈາກັບທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ພົບປະກັບບັນດາການນຳຂັ້ນສູງຂອງຫວຽດນາມ ແລະ ເຂົ້າຮ່ວມພິທີອັດປີມິດຕະພາບຫວຽດນາມ - ອິນເດຍ 2012.