(vovworld) - ຕອນບ່າຍວັນທີ 21/8, ຢູ່ທີ່ຮ່າໂນ້ຍ, ທ່ານພົນໂທ Le Huu Duc, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນຕີ ຄຳພັນ, ຮອງຫົວໜ້າກົມແຜນການ - ການເງິນ ພ້ອມກັບພະນັກງານກົມແຜນການ - ການເງິນ, ກະຊວງປ້ອງກັນປະເທດລາວ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ Le Huu Duc ໄດ້ຕີລາຄາສູງການປະສານສົມທົບ, ແລກປ່ຽນບົດຮຽນດ້ານວິຊາສະເພາະ ວຽກງານການເງິນລະຫວ່າງກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມແຜນການ - ການເງິນກະຊວງປ້ອງກັນປະເທດລາວ. ໃນໄລຍະທີ່ຈະມາເຖິງ, ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອກົມການເງິນ, ກະຊວງປ້ອງກັນຊາດຫວຽດນາມ ຊ່ວຍເຫຼືອ, ແບ່ງປັນບົດຮຽນ ເພື່ອໃຫ້ກົມແຜນການ - ການເງິນກະຊວງປ້ອງກັນປະເທດລາວ ສຳລັດໜ້າທີວິຊາສະເພາະດ້ານວຽກງານການເງິນໃນເງື່ອນໄຂປະຈຸບັນ.