ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ເຊັກ ປະຈຳຫວຽດນາມ Martin Kalepko
(ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ)
(vovworld) - ໃນການຕ້ອນຮັບເອກອັກຄະລັດຖະທູດສ.ເຊັກ Martin Kalepko ເຊິ່ງດຳເນີນໄປໃນວັນທີ 09/12, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງການພົວພັນອັນດີງາມລະຫວ່າງ 2 ລັດຖະບານ, ກອງທັບ ແລະ ປະຊາຊົນ 2 ປະເທດໃນໄລຍະຜ່ານມາ. ພິເສດ, ໃນຂົງເຂດຮ່ວມມືດ້ານການທະຫານ, ປ້ອງກັນຊາດລະຫວ່າງຫວຽດນາມ ແລະ ສ.ເຊັກ ໄດ້ມີບັນດາບາດກ້າວພັດທະນາໃໝ່ໃນທຸກຂົງເຂດ ບຳລຸງສ້າງພະນັກງານ, ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ. ພົນໂທ ຫງວຽນຈິ໋ວິ້ງ ແລະ ທ່ານເອກອັກຄະລັດຖະທູດສ.ເຊັກ ປະຈຳຫວຽດນາມ Martin Kalepko ໄດ້ເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ, ກອງທັບ 2 ປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງພະນັກງານ, ການກູ້ຊ່ວຍມະນຸດສະທຳ, ການເກັບກູ ແລະ ທຳລາຍລະເບີດບໍ່ທັນແຕກ ແລະ ແບ່ງປັນບັດຮຽນ ໃຫ້ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.